spot_img
Homeນານາສາລະຜົນກະທົບຕໍ່ສຸຂະພາບຈາກການສຳພັດ PM 2.5 ໄລຍະສັ້ນ ແລະ ໄລຍະຍາວ

ຜົນກະທົບຕໍ່ສຸຂະພາບຈາກການສຳພັດ PM 2.5 ໄລຍະສັ້ນ ແລະ ໄລຍະຍາວ

Published on

ອີງຕາມການລາຍງານຈາກ ກະຊວງຊັບພະຍາກອນ ແລະສິ່ງແວວລ້ອມ ປະຈຳວັນທີ 4 ເມສາ 2023 (ເວລາ 12ໂມງ) ກ່ຽວກັບຄ່າຂອງຝຸ່ນລະອອງທີ່ມີຂະໜາດນ້ອຍກ່ວາ PM 2.5 ເຊິ່ງໄດ້ມີການວັດແທກຢູ່ 8 ເຂດໃຫຍ່ທົ່ວປະເທດ, ສຳລັບເຂດທີ່ມີຄ່າຝຸ່ນສູງສຸດແມ່ນ ບ້ານພູຊ້າງຄຳ (ສະໜາມບິນ ຫຼວງພະບາງ) ແລະ ບ້ານດອນໄຊ ​​(ພຊສ ແຂວງອຸດົມໄຊ)

ດັ່ງທີ່ສັງຄົມສ່ວນຫຼາຍໄດ້ຮູ້ກ່ຽວກັບຜົນກະທົບຕໍ່ສຸຂະພາບ ແຕ່ຮູ້ບໍ່ວ່າຜົນກະທົບດັ່ງກ່າວຈະສົ່ງຜົນຈາກການທີ່ເຮົາໄດ້ສຳພັດຝຸ່ນໃນໄລຍະສັ້ນ ແລະ ໄລຍະຍາວມີຄືດັ່ງນີ້:

ຜົນກະທົບຕໍ່ສຸຂະພາບຈາກການທີ່ເຮົາໄດ້ສຳຜັດຝຸ່ນໃນໄລຍະສັ້ນ

  • ທາງເດີນຫາຍໃຈອັກເສບ, ຫາຍໃຈລຳບາກ, ແສບດັງ,​ ໄອ, ແໜ້ນໜ້າເອິກ ແລະ ພູມແພ້.
  • ພູມຄຸມກັນຖືກທຳລາຍ, ເກີດການຕິດເຊື້ອໃນປອດ ແລະ ທາງເດີນຫາຍໃຈໄດ້ງ່າຍ ເຊັ່ນ ໄຂ້ຫວັດໃຫຍ່, ຫຼອດລົມອັກເສບ, ຫູອັກເສບ.
  • ສຳລັບເດັກ: ພັດທະນາການເດັກຫຼ້າຊ້າ
  • ສຳລັບແມ່ຍິງ: ຜົນຕໍ່ລະບົບສືບພັນ ເຮັດໃຫ້ມີລູກຍາກ

ຜົນກະທົບຕໍ່ສຸຂະພາບຈາກການສຳຜັດຝຸ່ນໄລຍະຍາວ

  • ໂຣກມະເຮັງປອດ
  • ການອັກເສບຂອງເສັ້ນເລືອດ, ການເກີດໂຣກຫົວໃຈ, ຂາດເລືອດ, ໂຣກຫຼອດລົມອຸດກັ້ນເຮື້ອຮັງ
  • ໂຣກທາງຜິວໜັງ ຫຼື ອັກເສບ
  • ຜິວມີຈຸດດ່າງດຳ ແລະ ແກ່ກວາໄວ

ຂໍໃຫ້ທຸກຄົນຮັກສາສຸຂະພາບຕົນເອງ ແລະຄອບຄົວ ໂດຍສະເພາະໃນຊ່ວງທີ່ມີຄ່າຂອງຝຸ່ນສູງ, ພະຍາຍາມໃສ່ໜ້າກາກອະນາໄມເມື່ອອອກໄປຂ້າງນອກ ແລະ ງົດກິດຈະກຳນອກບ້ານທີ່ໃຊ້ເວລາດົນ.

ຂໍ້ມູນຈາກ: ກະຊວງຊັບພະຍາກອນ ແລະສິ່ງແວວລ້ອມ ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...