spot_img
Homeຂ່າວຕ່າງປະເທດເດືອນດຽວ 3.5 ລ້ານຄົນ!! ເດັກນ້ອຍໃນອາເມລິກາຕິດເຊື້ອໂຄວິດ-19 ເພີ່ມສູງຂຶ້ນເລື້ອຍໆ

ເດືອນດຽວ 3.5 ລ້ານຄົນ!! ເດັກນ້ອຍໃນອາເມລິກາຕິດເຊື້ອໂຄວິດ-19 ເພີ່ມສູງຂຶ້ນເລື້ອຍໆ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 2 ກຸມພາ 2022 ສະຖາບັນກຸມມານເວດສາດອາເມລິກາ (AAP) ແລະ ສາມາຄົມໂຮງໝໍເດັກນ້ອຍຂອງສະຫະລັດອາເມລິກາ (CHA) ໄດ້ເປີດເຜີຍວ່າເດັກນ້ອຍໃນສະຫະລັດອາເມລິກາຕິດເຊື້ອໂຄວິດ-19 ຫຼາຍກວ່າ 3.5 ລ້ານຄົນ ໃນເດືອນມັງກອນທີ່ຜ່ານມາ ໂດຍຈໍານວນຜູ້ຕິດເຊື້ອໃນກຸ່ມເດັກນ້ອຍແມ່ນເພີ່ມສູງຂຶ້ນຢ່າງກະທັນຫັນໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ເຊິ່ງຈາກສະຖິຕິພົບວ່າມີເດັກນ້ອຍທີ່ຕິດເຊື້ອສະສົມຫຼາຍກວ່າ 11.4 ລ້ານຄົນ ແລະ ກວດພົບເຊື້ອໃນສອງອາທິດກ່ອນປະມານ 2 ລ້ານຄົນ.

ສະຫະລັດອາເມລິກາໄດ້ລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ໃນກຸ່ມເດັກນ້ອຍເພີ່ມຂຶ້ນຫຼາຍກວ່າ 100,000 ຄົນ ຕິດຕໍ່ກັນເປັນອາທິດທີ 25 ແລ້ວ ແລະ ກວດພົບຕື່ມອີກປະມານ 6.4 ລ້ານຄົນ ນັບຕັ້ງແຕ່ອາທິດທໍາອິດຂອງເດືອນກັນຍາ 2021.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...