spot_img
Homeຂ່າວຕ່າງປະເທດກະຊວງສາທາລະນະສຸກຂອງຫວຽດນາມອະນຸຍາດໃຫ້ສາມາດສັກວັກຊີນສ້າງພູມຄຸ້ມກັນສອງຍີ່ຫໍ້ປະສົມກັນ

ກະຊວງສາທາລະນະສຸກຂອງຫວຽດນາມອະນຸຍາດໃຫ້ສາມາດສັກວັກຊີນສ້າງພູມຄຸ້ມກັນສອງຍີ່ຫໍ້ປະສົມກັນ

Published on

ເວັບໄຊ້ Mgronline ໄດ້ລາຍງານວ່າ ກະຊວງສາທາລະນະສຸກຂອງກະຊວງສາທາລະນະສຸກຂອງປະເທດຫວຽດນາມໄດ້ອະນຸຍາດໃຫ້ສາມາດສັກວັກຊີນສ້າງພູມຄຸ້ມກັນປະສົມຍໍ້ຫໍ້ກັນໄດ້ລະຫວ່າງ  Atrazeneca ແລະ Pfizerໃ ໂດຍຈະສະເໜີໃຫ້ວັກຊີນ Pfizer  ເປັນວັກຊີນເຂັມທີ  2 ສໍາລັບຜູ້ທີ່ໄດ້ຮັບວັກຊີນ Atrazeneca ໃນເຂັມທໍາອິດ ແລະ ຕາມແຜນການກະຈາຍວັກຊີນຂອງກະຊວງສໍາລັບວັກຊີນໄຟເຊີ 745,000 ໂດສທີ່ກໍາລັງຈະມາຮອດ.

ສໍາລັບແນວທາງການປະຕິບັດນີ້ຈະດໍາເນີນການກັບຜູ້ເຂົ້າຮັບການສັກວັກຊີນທີ່ຍິນຍອມເທົ່ານັ້ນ ສ່ວນຜູ້ທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນສ້າງພູມຄຸ້ມກັນບໍ່ວ່າຈະເປັນຍີ່ຫໍ້ໃດກໍຕາມຈະໄດ້ຮັບການຈັດລໍາດັບຄວາມສໍາຄັນໃຫ້ສັກວັກຊີນໄຟເຊີເຊັ່ນດຽວກັນ.

ໃນຂະນະທີ່ວັກຊີນໄຟເຊີຈະຖືກແຈກຈ່າຍໃຫ້ 63 ແຂວງຂອງປະເທດ ແຕ່ສ່ວນໃຫຍ່ເປົ້າໝາຍການກະຈາຍວັກຊີນຈະຢູ່ພື້ນທີ່ທີ່ກໍາລັງພົບກັບການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ.

ຖືວ່າເປັນຄັ້ງທໍາອິດທີ່ປະເທດຫວຽດນາມອະນຸຍາດໃຫ້ສັກວັກຊີນສ້າງພູມຄຸ້ມກັນແບບປະສົມວັກຊີນສອງຍີ້ຫໍ້ ເຖິງແມ່ນວ່າການຕັດສິນໃຈດັ່ງກ່າວຈະເກີດຂຶ້ນໃນຫລາຍປະເທດແລ້ວກໍຕາມ ໂດຍເຫດຜົນສ່ວນໃຫຍ່ມາຈາກຄວາມວິຕົກກັງວົນກ່ຽວກັບການເກີດເສັ້ນເລືອດອຸດຕັນຈາກວັກຊີນແອສຕາເຊເນກ້າ.

ສ່ວນທາງການການສຶກສາຂອງປະເທດສະເປນພົບວ່າ ການໃຊ້ວັກຊີນປະສົມລະຫວ່າງໄຟເຊີ ແລະ ແອສຕາເຊເນກ້າມີຄວາມປອດໄພ ແລະ ມີປະສິດທິພາບໃນລະດັບສູງຕາມຜົນການວິໄຈເບື້ອງຕົ້ນ.

ຢ່າງໃດກໍຕາມອົງການອະນາໄມໂລກໄດ້ອອກມາເຕືອນວ່າການສັກວັກຊີນປະສົມຍີ່ຫໍ້ນັ້ນແມ່ນຍັງຢູ່ໃນຂັ້ນທີ່ອັນຕະລາຍ ເນື່ອງຈາກຍັງບໍ່ມີຂໍ້ມູນຮອງຮັບທີ່ພຽງພໍກ່ຽວກັບຜົນກະທົບຕໍ່ກັບສຸຂະພາບ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...