spot_img
Homeນານາສາລະປະກົດການກັກຕຸນເຄື່ອງກິນເຄື່ອງໃຊ້ (Panic Buying) ຜົນກະທົບຈາກການລະບາດຂອງໄວຣັສ COVID-19

ປະກົດການກັກຕຸນເຄື່ອງກິນເຄື່ອງໃຊ້ (Panic Buying) ຜົນກະທົບຈາກການລະບາດຂອງໄວຣັສ COVID-19

Published on

ປະຊາຊົນໃນຫຼາຍປະເທດເກີດຄວາມວິຕົກກັງວົນ ກ່ຽວກັບການລະບາດຂອງໄວຣັສ COVID-19 ຈົນເກີດປະກົດການຊື້ເຄື່ອງກິນເຄື່ອງໃຊ້ກັກຕຸນເປັນຈຳນວນຫຼາຍ ເຊິ່ງເຮັດໃຫ້ຮ້ານຄ້າຕ່າງໆຂາດສິນຄ້າມາຈຳໜ່າຍໃຫ້ພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າ ເກີດເຫດລູກຄ້າຕີກັນເພື່ອຍາດເອົາສິນຄ້າອັນສຸດທ້າຍໃນຊັ້ນວາງ; ເປັນຫຍັງປະກົດການນີ້ຈຶງເກີດຂຶ້ນ ແລ້ວການກະທຳນີ້ຈຳເປັນຫຼືບໍ?

ສາເຫດຫຼັກໆທີ່ເຮັດໃຫ້ຄົນເລີ່ມກັກຕຸນ ຊື້ເຄື່ອງໄວ້ ແມ່ນເນື່ງຈາກສັນຊາດຕະຍານ ການຢູ່ລອດຂອງຄົນເຮົາ ເພື່ອປ້ອງກັນເຫດການບໍ່ຄາດຄິດທີ່ອາດຈະເກີດຂຶ້ນໃນໄລຍະການແຜ່ລະບາດ ຫຼືເຖິງຂັ້ນຮ້າຍແຮງ ເຊັ່ນ ການປິດເມືອງ; ປະກົດການດັ່ງກ່າວແມ່ນບໍ່ຈໍາເປັນເລີຍ ຖ້າຫາກປະເທດມີມາດຕະການຄວບຄຸມແໜ້ນໜາ ແລະ ມີສິນຄ້າໃນຄັງພຽງພໍ. ອີກສາເຫດໜຶ່ງກໍຍ້ອນແມ່ນການເຮັດຕາມກັນ; ເມື່ອມີຄົນໜຶ່ງເລີ່ມກັກຕຸນເຄື່ອງ, ຄົນທີ່ໄດ້ເຫັນພຶດຕິກຳ ກໍ່ເຮັດຕາມ ຢ້ານວ່າມັນອາດຈະບໍ່ມີເຄື່ອງໃຫ້ຊື້.

ຍົກຕົວຢ່າງປະເທດສິງກະໂປ ທີ່ມີເຫດການລັກສະນະນະນີ້ເກີດຂຶ້ນ ຫຼັງລັດຖະບານເລື່ອນລະດັບການແຜ່ລະບາດ ຈາກສີເຫຼືອງເປັນສີສົ້ມ ເຮັດໃຫ້ເກີດປະກົດການ ປະຊາຊົນຊາວສິງກະໂປອອກມາຈັບຈ່າຍຊື້ເຄື່ອງ ກັກຕຸນໄວ້ເປັນຈໍານວນຫຼາຍ ຈົນນາຍົກລັດຖະມົນຕີ ລີ ຊຽງລຸງ  ຕ້ອງອອກມາຊີ້ແຈງວ່າການກັກຕຸນເຄື່ອງເປັນສິ່ງທີ່ບໍ່ຈຳເປັນ, ສິນຄ້າໃນຄັງແມ່ນຍັງມີຫຼາຍຢູ່ ພ້ອມໃຫ້ກຳລັງໃຈ ໂດຍການຍົກຕົວຢ່າງເຫດການການລະບາດຂອງໄວຣັສ SARS ທີ່ຮ້າຍແຮງກວ່າ, ສິງກະໂປກໍ່ສາມາດກ້າວຂ້າມມັນມາໄດ້ ຖືເປັນການຄາຍຄວາມກັງວົນຂອງປະຊາຊົນໄດ້ດີ.

ວີທີການຮັບມືກັບໂຣກລະບາດທີ່ດີທີສຸດສຳຫຼັບເຮົາຕອນນີ້ ແມ່ນການເອົາໃຈໃສ່ກັບສຸຂະອະນາໄມ, ໝັ່ນລ້າງມື ໃຫ້ສະອາດ ແລະ ຖືກວິທີ ດ້ວຍສະບູ່ ຫຼື ເຈວລ້າງມື, ຫຼີກລ່ຽງໄປບ່ອນທີ່ມີຄົນແອອັດ ແລະ ໃສ່ໜ້າກາກອະນາໄມຖ້າມີອາການໄອ ຫຼື ເປັນຫວັດ ຫຼື ໄດ້ໃກ້ຊິດກັບຜູ້ປ່ວຍ, ຖ້າຜູ້ໃດກັບມາຈາກພື້ນທີ່ສ່ຽງ ໃຫ້ກັກໂຕໃນທີ່ຢູ່ອາໄສເປັນເວລາ 14 ມື້, ຖ້າເປັນໄຂ້ ຫຼື ມີອາການທີ່ບົ່ງບອກເຖິງການຕິດເຊື້ອ ໃຫ້ໄປໂຮງໝໍເພື່ອກວດພະຍາດຫາໄວຣັສ. ວິທີດັງກ່າວຈະຊ່ວຍຫຼຸດຄວາມສ່ຽງ ແລະ ການແຜ່ລະບາດຈາກໄວຣັສສາຍພັນໃໝ່ນີ້ໄດ້.

 

ຮຽບຮຽງຂ່າວໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...