spot_img
Homeມູມໄອທີລາວ10 ເຫດການເດັ່ນແຫ່ງປີ 2016 ທີ່ຖືກກ່າວເຖິງຫຼາຍທີ່ສຸດໃນເຟສບຸ໊ກ

10 ເຫດການເດັ່ນແຫ່ງປີ 2016 ທີ່ຖືກກ່າວເຖິງຫຼາຍທີ່ສຸດໃນເຟສບຸ໊ກ

Published on

facebook ລາຍງານຂໍ້ມູນກ່ຽວກັບເລື່ອງລາວທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນປີ 2016 ໃນສື່ອອນໄລນ໌ ເຟສບຸກ ເຊິ່ງກວ່າເຄິ່ງປີເປັນເລື່ອງລາວກ່ຽວຂ້ອງກັບ “ການເມືອງ”

  1. ການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາ ຖືເປັນເລື່ອງເດັ່ນແຫ່ງປີ ຈາກການປ່ຽນແປງຂົ້ວອຳນາດຄັ້ງໃຫຍ່ໃນສະຫະລັດ ແລະ ການປ່ຽນແປງຄັ້ງໃຫຍ່ຂອງໂລກ
  2. ການເມືອງໃນບຣາຊິນ ເປັນປະເດັນໃຫຍ່ເມື່ອບຣາຊິນພົບກັບວິກິດທາງດ້ານການເມືອງ ເຊັ່ນ: ຄວາມບໍ່ໂປ່ງໃສຂອງພາກລັດ, ການໃຊ້ງົບປະມານຂອງລັດຖະບານ, ຮວມໄປເຖິງການປະທ້ວງຄັ້ງໃຫຍ່ໃນປເທດ ຈິ່ງມີເລື່ອງເວົ້າເຖິງກັນໃນວົງກວ້າງທີ່ເຟສບຸກ
  3. ເກມ ໂປເກມອນ ໂກ ເປັນປະກົດການຄັ້ງໃຫຍ່ ສຳລັບການເອົາກາຕູນຊື່ດັງມາເຮັດເປັນເກມໃຫ້ເຫຼົ່າບັນກາມືເກມໄດ້ອອກໄລ່ລ້າຕົວມອນສເຕີໃນຊີວິດຈິງ..
  4. Black Lives Matter ຫຼືຄວາມຂັດແຍ້ງລະຫວ່າງຕຳຫຼວດ ແລະ ຄົນຜິວສີໃນສະຫະລັດ ເຊິ່ງເປັນຕົ້ນເຫດຂອງການປະທ້ວງ ແລະ ກໍ່ເຫດຮຸນແຮງຄັ້ງໃຫຍ່ໃນປະເທດ
  5. ໂຣດຣິໂກ ດູເຕີເຕ ແລະ ການເລືອກຕັ້ງປະທານາທິບໍດີ ຟິລິບປິນ ຜູ້ນຳຄົນສຳຄັນທີ່ມາສ່ວນເຂົ້າມາປ່ຽນແປງຟິລິບປິນຄັ້ງໃຫຍ່ ທັງນະໂຍບາຍການກວດລ້າງຢາເສບຕິດດ້ວຍວິທີການຫັກດິບ, ການສັງຫານພໍ່ຄ້າຢາບໍ່ເລືອກໜ້າ ແລະ ການຍ້າຍຂົ້ວອຳນາດຈາກສະຫະລັດອາເມລິກາ ຫັນໄປຈັບມືກັບຈີນ ແລະ ຣັສເຊຍ
  6. ການແຂ່ງຂັນກິລາໂອລິມປິກ ເປັນກິລາທີ່ທົ່ວໂລກຕັ້ງຕາຄອຍ ແລະ Olympics ນີ້ເອງກໍສ້າງເຫດການສຳຄັນ, ນັກກິລາ, ສະຖິຕິໂລກ ແລະ ໜຸ່ມສາວຫຼາຍຄົນກ້າວຂື້ນເວທີລະດັບໂລກ
  7. Brexit ຫຼື ການເຮັດປະຊາມະຕິຂອງຣາຊາອານະຈັກ (ອັງກິດ) ເຊິ່ງເປັນໂຫວດແຍກຕົວອອກຈາກສະຫະພາບ ຢຸໂຣບ ລື ອີຢູ
  8. ຊຸບເປີບອລ ກີລາຍອດນິຍົມຂອງຊາວອາເມຣິກາ ທີ່ມີຜູ້ຊົມຄອຍຕັ້ງຕາເບິ່ງຫຼາຍລ້ານດວງ ແລະ ແນ່ນອນ, ເວທີດການສະແດງລະຫວ່າງພັກເຄິ່ງເວລາກໍ່ມີ Super Star ຄົນດັງຈັດເຕັມເວມີແບບອາລັງການງານສ້າງ.
  9. David Bowie (เดวิด โบอี) ນັກຮ້ອງ, ນັກແຟຊັນ ແລະ ໄອດໍຄົນໜຶ່ງທີ່ມີອິດທິພົນຕໍ່ນັກຮ້ອງຮຸ້ນຫຼັງຫຼາຍຄົນ ແຕ່ແລ້ວມະເຮັງກໍພາກຊີວິດ David Bowie ໄປຈາກແຟນເພັງໃນຕົ້ນປີມີຜ່ານມາ.
  10. Muhammad Ali ນັກມວຍໃນຕໍານານ ແລະ ເປັນຂັວນໃຈຊາວອາເມຣິກາ ຕ້ອງຈົບຊີວິດລົງດ້ວຍໄວ 74 ປີ ໃນວັນທີ 3ມິຖຸນາ 2016 ຜ່ານມາ ເຊິ່ງເປັນເຫດການຊ໊ອດຄົນໃນວົງການ.

ທີ່ມາ  newsroom.fb.com ແລະ www.beartai.com/news/138437
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...