spot_img
Homeຂ່າວທ້ອງຖິ່ນ10 ເມືອງໃນສະຫວັນນະເຂດໄດ້ຮັບຜົນກະທົບຈາກນ້ຳຖ້ວມ

10 ເມືອງໃນສະຫວັນນະເຂດໄດ້ຮັບຜົນກະທົບຈາກນ້ຳຖ້ວມ

Published on

ທົ່ວແຂວງສະຫວັນນະເຂດ ມີເມືອງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທັງໝົດ 10 ເມືອງ ໂດຍເມືອງເຊໂປນນໍ້າຖ້ວມຢ່າງໜັກໜ່ວງໃນຮອບ 42 ປີ.

ອີງຕາມການລາຍງານຂ່າວຈາກ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວລົງພື້ນທີ່ຕົວຈິງ ເພື່ອຕິດຕາມເກັບກຳສະພາບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງມອບເຄື່ອງຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນ ເມືອງຊົນນະບູລີ ໃນວັນທີ 14 ຕຸລາ 2020 ນີ້ ເຊິ່ງເປັນອີກໜຶ່ງເມືອງ ທີ່ໄດ້ຮັບຜົນກະທົບໜັກຈາກນ້ຳຖ້ວມ.

ສະພາບນ້ຳຖ້ວມ ມາຮອດວັນທີ 14 ຕຸລາ 2020 ປະຊາຊົນໄດ້ຮັບຜົນກະທົບທັງໝົດ 28 ບ້ານ, ມີເນື້ອທີ່ຖືກຖ້ວມ 4.223 ເຮັກຕາ, ມີພົນລະເມືອງ 17.758 ຄົນ ໄດ້ຮັບຜົນກະທົບ, ມີ 2.797 ຫຼັງຄາເຮືອນ, ໜອງປາ 176 ເຮັກຕາ, ປະຕູນ້ຳ 3 ແຫ່ງ, ໂຮງຮຽນ 15 ແຫ່ງ, ມີເສັ້ນທາງຕ່າງໆຖືກຕັດຂາດເປັນຕົ້ນ: ບ້ານນາໜອງຜຳຫາບ້ານດົງບູນ, ບ້ານບຶງຊ້າງ-ໂຄກຫົວຊ້າງ-ທ່າຄຳເຫຼື້ອມ-ດອນຍາໂນງ, ບ້ານຕັ່ງຫວາຍນ້ຳ-ກະລຶມວັງແຂ້, ຈຸດສຸມຕັ່ງຫວາຍ-ກະທອງ-ນາຈານໃຫຍ່. ພະນັກງານການນຳຂອງເມືອງ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພ້ອມດ້ວຍກຳລັງ ປກຊ-ປກສ ໄດ້ລົງໄປຊ່ວຍເຫຼືອ ແລະ ຕິດຕາມເຝົ້າລະວັງຢູ່ຕາມຈຸດຕ່າງໆ ທີ່ເກີດນ້ຳຖ້ວມ. ປັດຈຸບັນ, ທາງເມືອງ ພວກເຮົາໄດ້ສ້າງຈຸດພັກຊົ່ວຄາວໄວ້ຮອງຮັບແລ້ວຈຳນວນ 7 ຈຸດ, ສຳລັບຂໍ້ສະເໜີຂອງເມືອງ ແມ່ນຕ້ອງການເຂົ້າສານໜຽວ, ນ້ຳດື່ມ, ຢາປົວພະຍາດ, ນ້ຳມັນ ແລະອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...