spot_img
Homeນານາສາລະ10 ອັນດັບປະເທດທີ່ມີການລົງໂທດໃນຄະດີຂົ່ມຂືນຮຸນແຮງທີ່ສຸດໃນໂລກ

10 ອັນດັບປະເທດທີ່ມີການລົງໂທດໃນຄະດີຂົ່ມຂືນຮຸນແຮງທີ່ສຸດໃນໂລກ

Published on

ການຂົ່ມຂືນ ແລະ ການລ່ວງລະເມີດທາງເພດ ເປັນຄະດີທີ່ເກີດຂຶ້ນ ແລະ ເປັນບັນຫາຂອງທຸກປະເທດໃນໂລກ ເຊິ່ງການລົງໂທດໃນແຕ່ລະປະເທດກໍ່ມີຄວາມໜັກເບົາແຕກຕ່າງກັນໄປ ແລະ ໃນບົດຄວາມນີ້ ເຮົາຈະພາທຸກຄົນມາຮູ້ຈັກ 10 ອັນດັບປະເທດທີ່ມີການລົງໂທດໃນຄະດີຂົ່ມຂືນຮຸນແຮງທີ່ສຸດໃນໂລກ ເຊິ່ງຈຳນວນ 6 ໃນ 10 ປະເທດ ນີ້ ຈະມີໂທດສູງສຸດຄືປະຫານຊີວິດ

rpe1

ອັນດັບທີ 10 ອິສຣາເອລ

ນັກໂທດຄະດີຂົ່ມຂືນໃນອິສຣາເອລ ຈະຖືກຕັດອິດສະຫຼະພາບເປັນເວລາ 4-16 ປີ ເຖິງແມ່ນວ່າຕາມຄຳພີໂຫຣາຈະບັນທຶກໄວ້ວ່າ ນັກໂທດຈະຕ້ອງແຕ່ງງານກັບຍິງທີ່ຕົນເອງຂົ່ມຂືນກໍ່ຕາມ ແຕ່ກົດນີ້ກໍ່ບໍ່ໄດ້ຖືກໃຊ້ຕາມກົດໝາຍ ເພາະຖ້າຈະໃຫ້ແຕ່ງງານກັບນັກໂທດຄະດີຂົ່ມຂືນ ຄົງຈະບໍ່ມີໃຜຍອມ

ອັນດັບທີ 9 ຝຣັ່ງ

ໂທດຄະດີຂົ່ມຂືນໃນປະເທດຝຣັ່ງຈະເປັນການຈຳຄຸກທັງໝົດ ໂດຍແບ່ງອອກຫຼາຍລະດັບ ຫາກເປັນຄະດີຂົ່ມຂືນທົ່ວໄປ ຈະຖືກຕັດອິດສະຫຼະພາບ 15 ປີ ຫາກຜູ້ເຄາະຮ້າຍເປັນເຍົາວະຊົນຕ່ຳກວ່າ 15 ປີ ນັກໂທດຈະຖືກຕັດອິດສະຫຼະພາບຫຼາຍກວ່າ 20ປີ ຫາກຜູ້ເຄາະຮ້າຍເສຍຊີວິດ ໃນເວລາຕໍ່ມາໂດຍພິສູດແລ້ວວ່າເກີດຈາກການຖືກຂົ່ມຂືນ ນັກໂທດຈະຖືກຕັດອິດສະຫຼະພາບຕະຫຼອດຊີວິດ

ອັນດັບທີ 8 ເນເທີແລນ

ຄຳວ່າ “ຂົ່ມຂືນ” ໃນປະເທດເນເທີແລນມີຄວາມໝາຍທີ່ກວ້າງ ຄື ບໍ່ຈຳເປັນຕ້ອງມີການສອດໃສ່ເຂົ້າໄປໃນອະໄວຍະວະເພດ ແຕ່ການຂົ່ມຂືນທາງເພດ ຫຼື ພຽງແຕ່ການກອດຈູບໂດຍອີກຝ່າຍໜຶ່ງບໍ່ໄດ້ອະນຸຍາດ ຫຼື ຍິນຍອມ ກໍ່ຖືເປັນການຂົ່ມຂືນເຊັ່ນດຽວກັນ ສຳຫຼັບໂທດນັ້ນແມ່ນການຕັດອິດສະຫຼະພາບ 4-15ປີ

ອັນດັບທີ 7 ຣັສເຊຍ

ໃນຣັສເຊຍ ທຸກຄະດີທີ່ກ່ຽວຂ້ອງກັບການລ່ວງລະເມີດທາງເພດ ຈະມີບົດລົງໂທດດຽວກັນຄື ການຕັດອິດສະຫຼະພາບ 3-6 ປີ ຫາກຜູ້ເຄາະຮ້າຍອາຍຸຕ່ຳກວ່າ 18ປີ ຫຼື ໄດ້ຮັບບາດເຈັບຈາກການຖືກລ່ວງລະເມີດທາງເພດ ຈະມີບົດລົງໂທດຕັດອິດສະຫຼະພາບ 8-15 ປີ ແລະ ຫ້າມປະກອບອາຊີບໃດໆເປັນເວລາ 20ປີ ແລະ ຫາກຜູ້ເຄາະຮ້າຍອາຍຸຕ່ຳກວ່າ 14 ປີ ແລະ ເສຍຊີວິດ ນັກໂທດຈະຖືກຕັດອິດສະຫຼະພາບ 12-20ປີ ພ້ອມທັງຕັດເສລີພາບອີກ 2 ປີ ແລະ ຫ້າມປະກອບອາຊີບໃດໆອີກ 20 ປີ

rpe2

ອັນດັບທີ 6 ຈີນ

ຈີນເປັນອີກປະເທດໜຶ່ງທີ່ມີອັດຕາການພິພາກສາໂທດແກ່ນັກໂທດຄະດີຂົ່ມຂືນດ້ວຍການປະຫານຊີວິດ

ອັນດັບທີ 5 ອັຟການິສະຖານ

ປະເທດນີ້ປົກຄອງດ້ວຍກົດໝາຍອິສລາມຢ່າງອັຟການິສະຖານ ມີຄວາມຕາຍເປັນບົດລົງໂທດດຽວສຳລັບຄົນທີ່ລ່ວງລະເມີດທາງເພດຜູ່ອື່ນ ດ້ວຍການຍິງເປົ້າໃສ່ທີ່ຫົວນັດດຽວຈອດ ນັກໂທດຈະຖືກພິພາກສາຢ່າງໄວວາ ພາຍໃນ 4 ມື້ ຫຼັງຖືກຈັບໄດ້

ອັນດັບທີ 4 ສະຫະລັດອາຫຼັບເອມິເຣດສ໌

ປະເທດນີ້ມີບົດລົງໂທດຜູ້ກະທຳຄວາມຜິດໃນຂໍ້ຫາຕ່າງໆໄວ້ຢ່າງຊັດເຈນ ສຳລັບການກໍ່ຄະດີຂົ່ມຂືນ ລ່ວງລະເມີດທາງເພດບຸກຄົນອື່ນ ບົດລົງໂທດດຽວທີ່ຖ້າຢູ່ ຄືປະຫານຊີວິດດ້ວຍການແຂວນຄໍ ພາຍໃນ 7 ມື້ ຫຼັງຈາກຖືກຈັບໄດ້

ອັນດັບທີ 3 ອີຢິບ

ອີຢິບພິພາກສາຜູ້ກໍ່ຄະດີຂົມຂື່ນດ້ວຍໂທດສູງສຸດ ຄື ການປະຫານຊີວິດດ້ວຍການແຂວນຄໍ ຄວາມຕາຍເປັນຄຳຕອບດຽວສຳລັບນັກໂທດປະເພດນີ້

ອັນດັບທີ 2 ອິຫລ່ານ

ອິຫຼ່ານຍັງເປັນປະເທດໜຶ່ງທີ່ຍັງໄວ້ໂທດປະຫານຊີວິດສຳລັບຄະດີໃນຮູບແບບຕ່າງໆ ດຍ 10-15% ຂອງນັກໂທດທີ່ຖືກປະຫານຊີວິດ ແມ່ນມາຈາກຄະດີຂົ່ມຂືນ ແຕ່ຢ່າງໃດກໍ່ຕາມ ໃນບາງກໍລະນີຝ່າຍຍິງຮຽກຮ້ອງພຽງເງິນຊົດເຊີຍ ແຕ່ນັກໂທດເຫຼົ່ານັ້ນ ຍັງຕ້ອງໄດ້ຮັບໂທດດ້ວຍການຖືກຂ້ຽນຕີ ຈຳນວນ 100 ເທື່ອ ແລະ ບາງຄັ້ງກໍ່ຖືກຕັດອິດສະຫຼະພາບນຳອີກດ້ວຍ

ອັນດັບທີ 1 ຊາອຸດິອາຣະເບຍ

ນັກໂທດຄະດີຂົ່ມຂືນໃນຊາອຸດິອາຣະເບຍ ບໍ່ມີທາງໄດ້ອອກໄປລອຍນວນເປັນຄັ້ງທີສອງ ຈຸດຈົບດຽວທີ່ຕ້ອງໄດ້ພົບແມ່ນຄວາມຕາຍ ແຖມຍັງບໍ່ໄດ້ຕາຍຢ່າງສະບາຍອີກ ແຕ່ຕ້ອງເຈັບປວດແສນສາຫັດຈົນກວ່າຈະສິ້ນລົມຫາຍໃຈ ຈາກການຖືກຜູ້ຄົນດຶກກ້ອນຫີນໃສ່ຈົນໃຈຂາດເອງ

 

ທີ່ມາຈາກ: http://www.wegointer.com/

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...