spot_img
Homeນານາສາລະ10 ວິທີເບິ່ງແຍງສະໝອງ

10 ວິທີເບິ່ງແຍງສະໝອງ

Published on

ເຕັກໂນໂລຢີ ໃນປະຈຸບັນນັ້ນກ້າວໜ້າໄປໄດ້ໄກຫຼາຍ ວິວັດທະນາການໃໝ່ໆ ເຂົ້າມາມີສ່ວນໃຫ້ເກີດຄວາມສະດວກສະບາຍຫຼາຍຂຶ້ນ ແຕ່ການທີ່ຄົນເຮົາສະດວກສະບາຍຫຼາຍ ກໍເຮັດໃຫ້ໃຊ້ສະໝອງໜ້ອຍລົງ ແລະໃຊ້ເຕັກໂນໂລຢີຫຼາຍຂຶ້ນ ແຕ່ສະໝອງນັ້ນຄືກັບມີດທີ່ແຮງລັບແຮງຄົມ ຖ້າເຮົາບໍ່ມັກໃຊ້ກໍຈະປູ້ ຈຶ່ງມີວິທີເບິ່ງແຍງສະໝອງຂອງເຮົາໃຫ້ພັດທະນາຕະຫຼອດເວລາ

  1. ກິນເພື່ອໃຫ້ສະໝອງດີ: ຫຼາຍຄົນຄົງຈະເຄີຍໄດ້ຍິນຄຳວ່າ: “ກິນແນວໃດກໍເປັນແນວນັ້ນ” ທັງໆທີ່ຮູ້ ແຕ່ຄົນສ່ວນຫຼາຍມັກຈະບໍ່ສົນໃຈອາຫານເຊົ້າ ເພາະຄວາມຟ້າວທີ່ເກີດຂຶ້ນໃນຊີວິດປະຈຳວັນ, ການກິນອາຫານເຊົ້າ ເຮັດຮ່າງກາຍເຜົາຜານພະລັງງານຫຼາຍຂຶ້ນ ອີກທັງຍັງຊ່ວຍໃຫ້ພາວະນໍ້າຕານໃນເລືອດຕໍ່າ ເນື່ອງຈາກເຮົາອົດອາຫານມາໝົດຄືນ, ຫາກໃຜທີ່ກິນອາຫານເຊົ້າເປັນປະຈຳ ກໍຈະເຮັດໃຫ້ຄວາມຈຳດີ, ແນວໃດກໍຕາມຄວນເລືອກກິນອາຫານດີ ແລະບໍ່ຄວນກິນອາຫານທີ່ບໍ່ເປັນປະໂຫຍດ.
  2. ຄິດແຕ່ເລື່ອງດີໆ: ລອງສັງເກດວ່າມື້ໃດທີ່ເຮົາຕື່ນຂຶ້ນຕອນເຊົ້າ ແລ້ວຮູ້ສຶກວ່າອາລົມດີ, ມື້ນັ້ນເຮົາຈະຮູ້ສຶກດີຕະຫຼອດມື້, ແຕ່ຖ້າມື້ໃດເຮົາຮູ້ສຶກເບື່ອໆ ຫຼືພົບເລື່ອງບໍ່ດີແຕ່ເຊົ້າ ກໍຈະເຮັດໃຫ້ເຮົາຮູ້ສຶກບໍ່ດີໝົດມື້, ດັ່ງນັ້ນ ຫາກຢາກໃຫ້ມີແຕ່ເລື່ອງດີໆເກີດຂຶ້ນ ແລະເຮັດໃຫ້ສະໝອງຮູ້ສຶກປອດໂປ່ງຄິດຫຍັງກໍອອກ ກໍຕ້ອງຄິດເຫັນແຕ່ເລື່ອງດີໆ ສຳເລື່ອງໃດບໍ່ດີກໍບໍ່ຕ້ອງຄິດຫາມັນ
  3. ຮຽນຮູ້ສິ່ງໃໝ່ໆ: ການພັດທະນາສະໝອງໃຫ້ໄດ້ຜົນດີອີກຢ່າງໜຶ່ງກໍຄື ພະຍາຍາມຮຽນຮູ້ສິ່ງໃໝ່ໆ ຢູ່ຕະຫຼອດເວລາ ຈະໄດ້ພັດທະນາສະໝອງເຊັ່ນ: ເຕັກໂນໂລຢີໃໝ່ໆ ຫຼືເມນູອາຫານໃໝ່ໆທີ່ແຊບ ທີ່ເຈົ້າບໍ່ເຄີຍເຮັດ ກໍຖືວ່າການເຮັດໃຫ້ສະໝອງໄດ້ພັດທະນາເຊັ່ນດຽວກັນ
  4. ຂຽນໜັງສືດ້ວຍມືເບື້ອງທີ່ບໍ່ຖະນັດ: ການຂຽນຖືເປັນການພັດທະນາສະໝອງໄດ້ຄືກັນ ເພາະສະໝອງເບື້ອງຊ້າຍ ຂອງເຮົານັ້ນເປັນສ່ວນບັງຄັບການຂຽນ ຫາກໃຜທີ່ເຄີຍຂຽນເບື້ອງໃດ ກໍໃຫ້ລອງໃຊ້ມືເບື້ອງທີ່ຕົນບໍ່ຖະນັດລອງຂຽນໜັງສື ຫຼືແຕ້ມຮູບ ເພື່ອໃຫ້ສະໝອງໄດ້ຮຽນຮູ້ສິ່ງໃໝ່ໆ ແລະຍັງມີສ່ວນຊ່ວຍໃຫ້ມີຄວາມຄິດສ້າງສັນ
  5. ພັກຜ່ອນໃນທີ່ອາກາດບໍລິສຸດ: ການຜັກບ່ອນຫຼັງທີ່ເຮັດວຽກໜັກ ຖືເປັນເລື່ອງສຳຄັນຫຼາຍ ເພາະສະໝອງຈະໄດ້ພັກຜ່ອນ ຈາກເລື່ອງສຳຄັນຫຼາຍໆ ແລະເລື່ອງຄວາມເຄັ່ງຄຽດຕ່າງໆ ທີ່ຕ້ອງພົບເປັນປະຈຳ ໃນໜຶ່ງປີອາດຈະມີ 2-3 ວັນທີ່ເດີນທາງໄປຕ່າງແຂວງເພື່ອພັກຜ່ອນແບບສະບາຍໆ ງຽບສະຫງົບ ໃຫ້ສະໝອງໄດ້ພັກຜ່ອນ
  6. ຍິ້ມໄວ້ໂລກຈະແຕກກໍຕ້ອງຍິ້ມ: ເວລາທີ່ເຮົາເຮັດຫຍັງກໍຕາມ ຫາກເຮົາຍິ້ມຄົນອ້ອມຂ້າງກໍຈະໄດ້ຮັບຄວາມຮູ້ສຶກດີໆຂອງເຮົາ ແຕ່ຄວນຈະຍິ້ມຈາກພາຍໃນ ບໍ່ຕ້ອງຝືນເພາະຮອຍຕາຂອງຮອຍຍິ້ມນັ້ນຫຼອກກັນບໍ່ໄດ້, ຫາກເຮົາຮູ້ຈັກທີ່ຈະຍິ້ມກໍຈະເຮັດໃຫ້ສະໝອງມີແຕ່ເລື່ອງດີໆ ມີຄວາມສຸກ
  7. ຫາຍໃຈເຂົ້າຊ່ວຍໃຫ້ສະໝອງໃສ: ການຫາຍໃຈຢ່າງຖືກວິທີ ມີສ່ວນຊ່ວຍພັດທະນາສະໝອງ ເພາະສະໝອງຂອງເຮົານັ້ນ ໃຊ້ອົກຊີຫຼາຍກວ່າ 20-25% ຂອງທັງໝົດທີ່ເຂົ້າສູ່ຮ່າງກາຍ. ດັ່ງນັ້ນ ຖ້າເຮົາຮູ້ຈັກຫາຍໃຈເຂົ້າອອກ ຊ້າໆ ເລິກໆ ພຽງມື້ລະ 15 ນາທີກໍຈະເຮັດໃຫ້ສະໝອງໄດ້ຮັບພະລັງງານ
  8. ເຂົ້ານອນຫົວຄໍ່າ: ພາຍໃນຮ່າງກາຍຂອງຄົນເຮົາ ມີໂມງຊີວະພາບຢູ່, ດັ່ງນັ້ນ ຫາກເຮົາເຂົ້ານອນໃນເວລາຮ່່າງກາຍປ່ອຍສານເມລາໂທນິນ ກໍຈະເຮັດໃຫ້ຮ່າງກາຍ ແລະສະໝອງໄດ້ຮັບການພັກຜ່ອນເຕັມທີ່
  9. ນັ່ງສະມາທິ: ຈະສົ່ງຜົນໃຫ້ສະໝອງຜ່ອນຄາຍສຸດໆ ແລະເກີດພາບຈິນຕະນາການທີ່ສະໝອງສ້າງຂຶ້ນ, ສົ່ງຜົນເຮັດໃຫ້ສະໝອງເກີດຄວາມຄິດສ້າງສັນ ແລະຈິນຕະນາການທີ່ດີອອກມາ
  10. ກິນວິຕາມິນ ແລະໄຂມັນ: ກິນໄຂມັນດີ ຫຼືເຮົາເອີ້ນ ໂອເມກ້າ 3 ເພື່ອເຂົ້າໄປທົດແທນສ່ວນຂອງສະໝອງ, ນອນຈາກນັ້ນຍັງມີວິຕາມິນບຳລຸງສະໝອງເຊັ່ນ: ວິຕາມິນບີ1, ບີ6, ບີ12 ທີ່ຊ່ວຍໃຫ້ເຊວຊຸ່ມນໍ້າ ແລະວິຕາມິນຊີຫຼາຍຂຶ້ນ

ທີ່ມາ: meawza

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...