spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້10 ຄະດີຢາເສບຕິດລາຍໃຫຍ່ໃນປີ 2016

10 ຄະດີຢາເສບຕິດລາຍໃຫຍ່ໃນປີ 2016

Published on

ຢາເສບຕິດແມ່ນສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃຫ້ແກ່ສັງຄົມ, ທັງເປັນຄວາມອັນຕະລາຍຮ້າຍແຮງທີ່ກົດໜ່ວງທ່ວງດຶງການພັດທະນາປະເທດ, ໃນໄລຍະຜ່ານມາ ສປປ ລາວ ຈຶ່ງໄດ້ໃຊ້ມາດຕະການທາງດ້ານລະບຽບກົດໝາຍຢ່າງເຂັ້ມງວດເພື່ອສະ ກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ໝົດໄປຈາກປະເທດ ແລະ ໃນປີ 2016 ນີ້ຕໍາຫລວດລາວກໍສາມາດຈັບຕົວບັນດາຫົວໂປ່ໂຕການຄ້າຂາຍຢາເສບຕິດລາຍໃຫຍ່ມາດໍາເນີນຄະດີໄດ້ເປັນຈໍານວນຫລາຍຄື:

(1) ໃນວັນທີ 23 ເມສາ 2016 ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນສາມາດຈັບຕົວທ້າວ ສຸກສະຫວັດ ອາຍຸ 38 ປີຢູ່ບ້ານນາສໍາພັນເມືອງ ແລະ ແຂວງຫລວງພະບາງ, ທ້າວ ອຸ່ນແສງ ອາຍຸ 42 ປີຢູ່ບ້ານດອນໄຊເມືອງໄຊ, ແຂວງອຸດົມໄຊ, ທ້າວ ໜາມໜໍ່ ອາຍຸ 42 ປີຢູ່ບ້ານນາພອກເມືອງໄຊທານີ, ນະຄອນຫລວງວຽງຈັນ ແລະ ທ້າວ ຄໍາແພງ ອາຍຸ 48 ປີຢູ່ບ້ານໜອງແມງດາ ເມືອງໄຊ, ແຂວງອຸດົມໄຊ, ໄດ້ຢູ່ສະຖານີຂົນສົ່ງໂດຍສານສາຍເໜືອ,ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນໃນຂະນະພວມມີການລັກລອບຊື້-ຂາຍຢາເສບຕິດປະເພດຢາບ້າຫລາຍກວ່າ 12 ພັນເມັດ.

(2) ໃນວັນທີ 21ເມສາ 2016 ເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາສາມາດຈັບຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຈໍານວນ 3 ຄົນຄື: ທ້າວ ລາມ ອາຍຸ 36 ປີ, ທ້າວ ຕຽນ ອາຍຸ 34 ປີ ແລະ ທ້າວ ຫລິງ ອາຍຸ 24 ປີສັນຊາດຫວຽດນາມ, ຢູ່ເມືອງຕວ່ຽນເຈົາ, ແຂວງເງະອານ, ໃນຂະນະໃຊ້ລົດກະບະຮຸນໄດຂົນສົ່ງສານເຄມີສ່ວນປະສົມຜະລິດຢາເສບຕິດຈໍານວນ 40 ເປົາ, ມີນໍ້າໜັກພັນກວ່າກິໂລຜ່ານແຂວງຫລວງນໍ້າທາເພື່ອໄປຂາຍໃຫ້ລູກຄ້າຢູ່ປະເທດມຽນມາ.

(3) ໃນວັນທີ 12 ພຶດສະພາ 2016 ເຈົ້າໜ້າທີ່ ປກສ ເມືອງຄູນຄຳ, ແຂວງຄຳມ່ວນ, ສາມາດຈັບຕົວທ້າວ ຕົງກູຊົງ ອາຍຸ 32 ປີຢູ່ບ້ານໂພນຄຳ, ເມືອງໂພນໂຮງ,ແຂວງວຽງຈັນ. ໃນຂະນະໃຊ້ລົດກະບະຂົນຢາເສບຕິດປະເພດຢາບາຫລາຍກວ່າ 59 ພັນເມັດ.

(4) ໃນກາງເດືອນພຶດສະພາ 2016 ເຈົ້າໜ້າທີ່ ປກສ ເມືອງລອງ, ແຂວງຫລວງນ້ຳທາ, ສາມາດຈັບທ້າວ ຈໍລາ ອາຍຸ 33 ປີ ຢູ່ບ້ານກໍຈໍ, ທ້າວ ລໍຕູ ອາຍຸ 20 ປີຢູ່ບ້ານກໍລາກາ, ທັງສອງຖືສັນຊາດມຽນມາ ຢູ່ເມືອງທ່າຂີ້ເຫລັກ, ປະເທດມຽນມາ ແລະ ທ້າວ ອາຕີ ອາຍຸ 28 ປີຢູ່ບ້ານຈະເລີນໄຊ, ເມືອງລອງ, ແຂວງຫລວງນ້ຳທາ ພ້ອມຂອງກາງຢາເສບຕິດປະເພດຢາໄອ ຈຳນວນ 10 ກິໂລຊຸກເຊື່ອງໄວ້ໃນຢາງລົດສຳຮອງ (ຢາງສະກົວ).

(5) ໃນທ້າຍເດືອນກໍລະກົດ 2016 ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ, ສາມາດຈັບ ທ້າວ ແສງສະຫວັນ ອາຍຸ 39 ປີຢູ່ບ້ານນາເຮືອງ,ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ແລະ ທ້າວ ເລີດໃຈ ອາຍຸ 30 ປີຢູ່ບ້ານດົງດໍາດວນ, ເມືອງໄກສອນ, ແຂວງສະຫວັນນະເຂດ, ໃນຂະນະມີການລັກລອບຊື້-ຂາຍຢາເສບຕິດປະເພດຢາບ້າຢູ່ໃນເຂດບ້ານໃໝ່ໂພສີ, ເມືອງທ່າແຂກ, ພ້ອມຂອງກາງຢາບ້າເກືອບ 2 ພັນເມັດ.

(6) ໃນວັນທີ 6 ກໍລະກົດ 2016 ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ, ສາມາດຈັບຕົວທ້າວ ໃຈຢາງ ອາຍຸ 30 ປີ ແລະ ທ້າວ ໄຊເງິນວາງ ອາຍຸ 27 ປີຢູ່ບ້ານໜອງບົວແດງ, ເມືອງຮຸນ, ແຂວງອຸດົມໄຊຢູ່ເສັ້ນທາງລະຫວ່າງເມືອງໄຊຫາເມືອງແບ່ງ, ຂະນະທີ່ໃຊ້ລົດກະບະວີໂກ້ຂົນຢາເສບຕິດປະເພດຢາບ້າຫລາຍກວ່າ 60 ພັນເມັດໄປສົ່ງໃຫ້ລູກຄ້າ.

(7) ໃນວັນທີ 26 ກໍລະກົດ 2016 ເຈົ້າໜ້າທີ່ ປກສ ເມືອງນໍ້າບາກ, ແຂວງຫລວງພະບາງ, ສາມາດຈັບຕົວທ້າວ ເຢຍທໍ ອາຍຸ 28 ປີຢູ່ບ້ານຈອມຈຸກ ແລະ ທ້າວ ກົວຮາ ອາຍຸ 29 ປີຢູ່ບ້ານນໍ້າແລ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ພາຍຫລັງພາກັນລັກລອບເອົາຢາເສບຕິດປະເພດເຮໂຣອີນຈໍານວນ 12 ແທ່ງຂຶ້ນລົດໂດຍສານເພື່ອມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງ.

(8) ໃນທ້າຍເດືອນຕຸລາ 2016 ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ, ສາມາດໄດ້ຈັບຕົວທ້າວ ຄຳອຽວ ອາຍຸ 44 ປີຢູ່ບ້ານວຽງຄຳ,ເມືອງປາກກະດິງ, ແຂວງບໍລິຄຳໄຊ, ພ້ອມຂອງກາງກັນຊາຈໍານວນ 30 ກິໂລ, ຢາບ້າບົດມຸ່ນໜຶ່ງຖົງນ້ອຍທີ່ຊຸກເຊື່ອງໃນລົດຕູ້ສະຕາແລັກ.

(9) ໃນວັນທີ 26 ພະຈິກ 2016 ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວສາມາດຈັບຕົວທ້າວ ໄມ່ແສງຍອດ ອາຍຸ 51 ປີ ແລະ ນາງ ຟອງ ອາຍຸ 48 ປີທັງສອງເປັນຜົວເມຍກັນຢູ່ບ້ານຫ້ວຍເຜິ້ງ, ເມືອງຕົ້ນເຜິ້ງ,ແຂວງບໍ່ແກ້ວ, ພາຍຫລັງພວກກ່ຽວໄດ້ລັກລອບຂົນຢາເສບຕິດປະເພດຢາໄອນໍ້າໜັກ 12 ກິໂລ ແລະ ຢາບ້າຈໍານວນ 42 ພັນເມັດຂຶ້ນລົດໂດຍສານເພື່ອມາສົ່ງໃຫ້ລູກຄ້າຢູ່ນະຄອນຫລວງວຽງຈັນ

(10) ໃນວັນທີ 8 ທັນວາ 2016 ເຈົ້າໜ້າທີ່ ປກສ ເມືອງຍອດອູ, ແຂວງຜົ່ງສາລີ, ໄດ້ຈັບທ້າວ ແຄະຈ່ຽມ ອາຍຸ 52 ປີຢູ່ບ້ານອຸດົມສິນ, ເມືອງສິງ, ແຂວງຫລວງນ້ຳທາ, ພາຍຫລັງໃຊ້ລົດກະບະວີໂກ້ຂົນຢາເສບຕິດປະເພດຢາບ້າຫລາຍກວ່າ 1 ແສນເມັດ, ຝິ່ນນໍ້າໜັກ 2 ກິໂລ, ເຮໂຣອິນ 1 ແທ່ງ, ຢາໄອສ໌ 1 ຫໍ່ທີ່ຈະໄປສົ່ງໃຫ້ລູກຄ້າໃນເມືອງຍອດອູ.

ຂ່າວຈາກ: laophatthananewspaper

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...