spot_img
Homeຂ່າວທ້ອງຖິ່ນໄທກຽມຮັບເອົາແຮງງານຈາກລາວ, ກຳປູເຈຍ, ແລະ ມຽນມາກັບເຂົ້າປະເທດ

ໄທກຽມຮັບເອົາແຮງງານຈາກລາວ, ກຳປູເຈຍ, ແລະ ມຽນມາກັບເຂົ້າປະເທດ

Published on

ເວັບໄຊຂ່າວ ລາວທຽນທາມ ລາຍງານໃຫ້ຮູ້ວ່າ ລັດຖະບານໄທກຽມຮັບເອົາແຮງງານຈາກລາວ, ກຳປູເຈຍ, ແລະ ມຽນມາກັບເຂົ້າປະເທດ ໃນຂະນະທີ່ປະເທດກຳລັງດຳເນີນການເຂົ້າສູ່ໄລຍະທີ 7 ຂອງການຜ່ອນຄາຍມາດຕະການປ້ອງກັນໂຄວິດ-19.

ໃນອາທິດທີ່ຜ່ານມາມີຄົນອົບພະຍົບຫຼາຍຮ້ອຍຄົນຖືກຈັບໃນຂໍ້ຫາພະຍາຍາມຂ້າມເຂົ້າໄປໃນປະເທດຢ່າງຜິດກົດໝາຍ  ປະເທດໄທຈະອະນຸຍາດໃຫ້ແຮງງານເຄື່ອນຍ້າຍຈາກສາມປະເທດເຂົ້າມາໃນອານາຈັກ ແລະ ເຮັດວຽກພາຍໃຕ້ລະບຽບການຄວບຄຸມພະຍາດຢ່າງເຂັ້ມງວດ ຜູ້ທີ່ໄດ້ຮັບອະນຸຍາດເດີນທາງເຂົ້າໄທແມ່ນຕ້ອງໄດ້ກັກກັນຕົວເອງເປັນເວລາ 14 ວັນ, ມີໃບຢັ້ງຢືນສຸຂະພາບ ແລະ ຂັ້ນຕອນການຕິດຕາມອື່ນໆ.

ອີງຕາມການປະກາດຫຼ້າສຸດຂອງ CAAT ໃນວັນທີ 23 ກໍລະກົດທີ່ຜ່ານມາ ລັດຖະບານຂອງປະເທດໄທໄດ້ອອກອະນຸຍາດໃຫ້ຄົນ 4 ປະເພດທີ່ສາມາດເດີນທາງເຂົ້າປະເທດໄດ້ຄື: 1) ຄົນຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ປະເທດໄທ, 2) ນັກສາຍຮູບເງົາຕ່າງປະເທດທີ່ເຂົ້າມາຖ່າຍທຳຢູ່ໄທ, 3) ແຮງງານຕ່າງປະເທດຈາກກຳປູເຈຍ, ລາວ, ແລະມຽນມາ ສຳລັບອຸດສະຫະກຳອາຫານ ແລະ ການກໍ່ສ້າງ,  4) ນັກທ່ອງທ່ຽວຕ່າງປະເທດເພື່ອການແພດ ແລະ ການບໍລິການດ້ານສຸຂະພາບ.

ປະເທດໄທໄດ້ວາງແຜນເປີດ 3 ໄລຍະ, ເຊິ່ງຊ່ວຍໃຫ້ນັກທ່ອງທ່ຽວທຸລະກິດ ແລະ ພະນັກງານທີ່ມີຄວາມຊຳນິຊຳນານໃນໄລຍະທີ ໜຶ່ງ, ນັກທ່ອງທ່ຽວດ້ານການແພດໃນໄລຍະສອງ ແລະ ນັກທ່ອງທ່ຽວທົ່ວໄປໃນໄລຍະສາມ.

 

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...