spot_img
Homeຂ່າວພາຍ​ໃນໄດ້ແລ້ວ! ມີສຢູນີເວີຣສລາວ 2021 (Miss Universe Laos 2021)

ໄດ້ແລ້ວ! ມີສຢູນີເວີຣສລາວ 2021 (Miss Universe Laos 2021)

Published on

ຂໍສະແດງຄວາມຍິນດີ! MUL 02 ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ທີ່ໄດ້ກາຍເປັນ ມີສຢູນີເວີຣສລາວ 2021 ເຊິ່ງຈະໄດ້ເປັນຕົວແທນສາວລາວໄປປະກວດເທີງເວທີລະດັບໂລກ ມີສຢູນີເວີຣສ 2021 (Miss Universe 2021).

ຜ່ານພົ້ນໄປຢ່າງງົດງາມ, ກັບການປະກວດ ແລະ ຄັດເລືອກມີສຢູນີເວີຣສລາວ 2021 ທີ່ຈະເປັນກາຍເປັນຕົວແທນສາວລາວທົ່ວປະເທດ ແລະ ເປັນຄົນທີ 5 ມີສຢູນີເວີຣສລາວ ທີ່ຈະໄປປະກວດເວທີໃຫຍ່ລະດັບໂລກຄື ມີສຢູນີເວີຣສ Miss Universe 2021.

ເຈນນີ້ ຕົ້ນຄຳ ພົນຈັນເຮືອງ

ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2021 ເວທີປະກວດ ມີສຢູນີເວີຣສລາວ ໄດ້ຈັດກອງປະກວດ ເພື່ອຄັກເລືອກມີສຢູນີເວີຣສລາວ 2021 ສາວງາມຄົນທີ 5 ຂອງລາວ ແລະ ເປັນຕົວແທນສາວລາວໄປປະກວດເວທີລະດັບໂລກຕໍ່ໄປ, ເຊິ່ງຜູ້ທີ່ໄດ້ຮັບມົງກົດໃນຄໍ່າຄືນນີ້ ກໍຄື: ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຫຼື MUL 02 ສາວງາມທີ່ມາພ້ອມກັບຄວາມສາມາດ ແລະຄວາມໝັ່ນໃຈ.

ທາງທີມງານລາວໂພສ ຂໍສະແດງຄວາມຍິນດີກັບມີສຢູນີເວີຣສລາວ 2021 ຫຼາຍໆ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...