ແຈ້ງເຕືອນພາຍຸໝູນເຂດຮ້ອນ ມູລານ (MULAN)

0
791

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນຈະມີ ພາຍຸໝູນເຂດຮ້ອນ ມູລານ (MULAN) ຫົວທີ່ 7 ກຳລັງເຄື່ອນທີ່ໄປທາງພາກເໜືອ ຂອງເກາະໄຮໜ່ຳ ດ້ວຍຄວາມໄວ ໃກ້ຈຸດສູນກາງ 20 ກິໂລແມັດຕໍ່ຊົ່ວໂມງ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສຽງໃຕ້ທີມີກຳລັງແຮງ ປົກຄຸມ ເຂດພາກກາງ ແລະ ພາກໃຕ້, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ເປັນບໍລິເວນກ້ວາງ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ທີ່ຢູ່ລຽບຕາມແຄມແມ່ນໍ້າຕ່າງໆ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມຊຸ ແລະນ້ຳຖ້ວມອັ່ງ ທີ່ຈະເກີດຂຶ້ນໃນໄລຍະ ວັນທີ 10 ຫາ 13 ສິງຫາ 2022, ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.