spot_img
Homeຂ່າວຕ່າງປະເທດເຮືອບິນຂັບໄລ່ 2 ລຳຂອງເຢຍລະມັນຕຳກັນກາງອາກາດ

ເຮືອບິນຂັບໄລ່ 2 ລຳຂອງເຢຍລະມັນຕຳກັນກາງອາກາດ

Published on

ເກີດເຫດບໍ່ຄາດຝັນເມື່ອເຮືອບິນຂັບໄລ່ຂອງເຢຍລະມັນຕຳກັນກາງອາກາດ ສົ່ງຜົນໃຫ້ມີນັກບິນເສຍຊີວິດ 1 ລາຍ ສ່ວນອີກ 1 ຄົນສາມາດດີດໂຕອອກຈາກເຮືອບິນໄດ້ທັນ.

ຂະນະທີ່ໂຄສົກຂອງກອງທັບອາກາດເຢຍລະມັນໄດ້ອອກມາຖະແຫຼງວ່າ ເຮືອບິນຂັບໄລ່ ຢູໂຣໄຟເຕີ 2 ລຳປະສົບອຸບັດເຫດຕຳກັນກາງອາກາດ ພາຍຫຼັງບິນຂຶ້ນຟ້າຈາກຖານທັບອາກາດ Laage ໄດ້ປະມານ 20 ນາທີ.

ອຸບັດເຫດຄັ້ງນີ້ຖືເປັນການສູນເສຍເຮືອບິນຂັບໄລ່ 2 ລຳທຳອິດນັບແຕ່ເລີ່ມມີການຝຶກນັກບິນຂັບເຮືອບິນຢູໂຣໄຟເຕີເມື່ອປີ 2004 ຫຼ້າສຸດກໍຍັງບໍ່ມີການແຈ້ງເຖິງລາຍລະອຽດຂອງເຫດການດັ່ງກ່າວຢ່າງເປັນທາງການ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)