ເລັ່ງສ້ອມແປງເສັ້ນທາງເຂດເທດສະບານເມືອງເຟືອງ ແຂວງວຽງຈັນ

0
979

ປັດຈຸບັນ, ເສັ້ນທາງຢູ່ເຂດເທດສະບານ ເມືອງເຟືອງ ແຂວງວຽງຈັນ ແມ່ນໄດ້ຮັບການປັບປຸງກໍ່ສ້າງຄືນ, ເຊິ່ງຢູ່ໃນໄລຍະການປູຢາງ ຊັ້ນທີ 2 ໂດຍ ບໍລິສັດ ເຮືອງສີ ໄດ້ເລີ່ມສ້ອມແປງມາແຕ່ວັນທີ 20 ກຸມພາ 2023 ເປັນຕົ້ນມາ ຄາດຄະເນວ່າ ກາງເດືອນມີນາ 2023 ນີ້ຈະໃຫ້ສຳເລັດ.

ສຳລັບຂົວຂ້າມນ້ຳຕົງ ( ຈຸດບ້ານນາທອງ ) ກໍໄດ້ຮັບການສ້ອມແປງຄືນ, ວັນ ທີ 4 ມັງກອນ 2023, ທາງຫ້ອງການ ໂຍທາທິການ ແລະ ຂົນສົງເມືອງ ໄດ້ມອບໃຫ້ບໍລິສັດ ຮັບເໝົາກໍ່ສ້າງທາງ ນຳເອົາແຜ່ນໂຕ່ນ (ແຜ່ນເຫຼັກ) ມາສ້ອມແປງໃສ່ແທນໄມ້.
ປັດຈຸບັນ, ການສັນຈອນ ໄປ-ມາ ໃນຈຸດຂົວແຫ່ງນີ້ແມ່ນມີຄວາມສະດວກ ສະບາຍດີຂຶ້ນກວ່າເກົ່າ.