ເປັນໄປໄດ້ແລ້ວ!! ພາຫະນະບິນໄດ້ທີ່ຈະມາແທນລົດຍົນ ເພື່ອແກ້ບັນຫາລົດຕິດ

ນັກຮຽນໂຮງຮຽນອາຊີວະສຶກສາຈາກສະຖາບັນອາຊີວະໂປລີເທັກແຫ່ງຊາດຂອງປະເທດກໍາປູເຈຍ ໄດ້ຊ່ວຍກັນຄິດຄົ້ນໂດຣນບິນທີ່ໃຊ້ແທນລົດ ເຊິ່ງເປັນຕົ້ນແບບຍານພາຫະນະໃນຍຸກອະນາຄົດ ເພື່ອແກ້ໄຂບັນຫາການຈະລາຈອນຕິດຂັດ ແລະ ຊ່ວຍຕໍ່ຍອດນໍາໄປໃຊ້ດັບເພີງໃນເຫດການໄຟໄໝ້ໄດ້.

ໂດຣນລໍານີ້ມີໃບພັດ 8 ໃບ ແລະ ໃຊ້ຕັ່ງຂອງໂຮງຮຽນເປັນບ່ອນນັ່ງຂອງນັກບິນ ໂດຍຂະນະນີ້ຍັງຢູ່ໃນຂັ້ນຕອນທົດລອງ ແລະ ພັດທະນາໃຫ້ສາມາດໃຊ້ໄດ້ຢ່າງມີປະສິດທິພາບ ເຊິ່ງໂດຣນລໍານີ້ອອກແບບມາໃຫ້ຮັບນໍ້າໜັກໄດ້ບໍ່ເກີນ 60 ກິໂລ ແລະ ສາມາດບິນສູງໄດ້ 4 ແມັດ ເປັນເວລາ 10 ນາທີ ໂດຍຕັ້ງເປົ້າໝາຍວ່າຈະສາມາດນໍາໄປຊ່ວຍນັກດັບເພີງທີ່ຕ້ອງເຂົ້າໄປປະຕິບັດໜ້າທີ່ທີ່ມີຄວາມສູງ.

ສໍາລັບງົບປະມານໃນການຜະລິດໂດຣນລໍານີ້ຢູ່ທີ່ປະມານ 220,000,000 ລ້ານກີບ ແລະ ໃຊ້ເວລາສ້າງດົນເຖິງ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ຄາດວ່າຈະໃຊ້ເວລາໃນການພັດທະນາຕື່ມອີກ 2 ປີ ຈຶ່ງຈະສົມບູນ ແລະ ໃຊ້ງານໄດ້ເຕັມປະສິດທິພາບ.

ແຫຼ່ງຂ່າວ: Thairath