spot_img
Homeຂ່າວທ້ອງຖິ່ນເດືອນທັນວາ 2021 ຈະເປີດໃຫ້ບໍລິ ການຈະລາຈອນ ທາງລົດໄຟລາວ-ຈີນ

ເດືອນທັນວາ 2021 ຈະເປີດໃຫ້ບໍລິ ການຈະລາຈອນ ທາງລົດໄຟລາວ-ຈີນ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ໜ້າວຽກໂດຍລວມ ແມ່ນສຳເລັດແລ້ວກວ່າ 90%; ໃນນັ້ນ, ສະເພາະການປູລາງລົດໄຟ ແມ່ນສຳເລັດແລ້ວ 166,6 ກິໂລແມັດ, ເທົ່າກັບ 40%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ໂດຍແມ່ນກຸ່ມບໍລິສັດວິສະວະກຳທາງລົດໄຟ ເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງ ແລະ ຕິດຕັ້ງປູລາງລົດໄຟ. ສ່ວນໜ້າວຽກການຜະລິດໝອນຮອງລາງລົດໄຟ ໂດຍແມ່ນກຸ່ມບໍລິສັດ ທາງລົດໄຟເລກທີ 15 ເປັນຜູ້ຮັບເໝົາຜະລິດ, ມາຮອດປັດຈຸບັນ ການຜະລິດສຳເລັດແລ້ວ 60% ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນທ້າຍເດືອນເມສາ 2021 ແລະ ຄາດວ່າ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດຈະສຳເລັດ ແລະ ເປີດໃຫ້ບໍລິການຈະລາຈອນ ໃນເດືອນທັນວາ 2021.

ທ່ານ ຫຼີ ລົງເຊິງ (Li Long Cheng) ຫົວໜ້າວິສະວະກອນ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ລາຍງານໃຫ້ຮູ້ ໃນໂອກາດທີ່ສື່ມວນຊົນລາວ ລົງເຄື່ອນໄຫວຢ້ຽມຢາມ ໃນວັນທີ 4 ພະຈິກ 2020 ນີ້ວ່າ: ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງລົດໄຟ ທັງ ໝົດ 411 ກິໂລແມັດ, ແຕ່ບໍ່ເຕ່ນ-ນະຄອນຫຼວງວຽງຈັນ, ເຊື່ອມຈອດລາງເຫຼັກ ຈາກ 25 ແມັດ ເປັນລາງຍາວ 500 ແມັດ ແລະ ຂົນສົ່ງວັດສະດຸລາງລົດໄຟ, ໝອນຮອງລາງ, ຈັດແຈງ ລາງລົດໄຟ ແລະ ຕິດຕັ້ງປູລາງລົດໄຟ ເຊິ່ງມື້ໜຶ່ງສາມາດປູລາງໄດ້ 1,5 ກິໂລແມັດ, ສາມາດສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວໄດ້ 800 ກວ່າຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...