ສຸດເສົ້າ ເກີດເຫດຟ້າຜ່າຄວາຍຕາຍ 28 ໂຕ ທີ່ເມືອງຄູນຄຳ ແຂວງຄຳມ່ວນ

ຕາມແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ເວລາປະມານ 6 ໂມງເຊົ້າຂອງວັນທີ 9 ພຶດສະພາ ທີ່ຜ່ານມານີ້, ໄດ້ເກີດມີສະພາບຝົນຟ້າຄະນອງ, ຟ້າເຫລື້ອມຢູ່ຫລາຍທ້ອງຖິ່ນ ແລະ ໃນຂະນະນັ້ນໄດ້ເກີດມີຟ້າຜ່າຢ່າງຮຸນແຮງລົງໃສ່ໜອງນໍ້າກາງທົ່ງນາບ້ານ ນາຂາມ ແລະ ບ້ານ ນໍ້າສະນາມ ເມືອງ ຄູນຄຳ ແຂວງຄຳມ່ວນ, ໄດ້ເຮັດໃຫ້ສັດລ້ຽງປະເພດຄວາຍທີ່ຢູ່ໜອງ ແລະ ແຄມໜອງຕາຍພ້ອມກັນ 28 ໂຕ, ຊຶ່ງເປັນເຫດການທໍາມະຊາດທີ່ຮ້າຍແຮງດັ່ງອະດີດນາຍບ້ານ ນໍ້າສະນາມ ໃຫ້ຮູ້ວ່າ: ຄວາຍທີ່ຖືກຟ້າຜ່າໃນຄັ້ງນີ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເຈົ້າຂອງສັດລ້ຽງ. ພ້ອມຮຽກຮ້ອງຂໍໃຫ້ພາກລັດເຂົ້າມາໃຫ້ການຊ່ວຍເຫລືອເຂົາເຈົ້າໄດ້ມີເງື່ອນໄຂກ້າວສູ່ການຜະລິດລະດູຝົນ.

ເຫດການຟ້າຜ່າຄັ້ງນີ້ແມ່ນເກີດຂຶ້ນເປັນຄັ້ງທີ 3 ໃນຮອບຫລາຍປີຜ່ານມາຢູ່ເຂດ 2 ບ້ານດັ່ງກ່າວ, ຄັ້ງທີ 1 ເກີດຂຶ້ນໃນລັກສະນະຜ່າຕົ້ນໄມ້ແລ້ວຊັອດໃສ່ງົວຕາຍຈຳນວນ 11 ໂຕບາດດຽວ ແລະ ຄັ້ງທີ 2 ກໍເກີດຟ້າຜ່າລັກສະນະດຽວກັນອີກເຮັດໃຫ້ງົວຕາຍ 6 ໂຕພ້ອມກັນ. ສະນັ້ນ, ຂໍເຕືອນຊາວບ້ານຜູ້ມີສັດລ້ຽງປະເພດງົວ-ຄວາຍໃຫ້ມີສະຕິລະມັດລະວັງ, ໂດຍສະເພາະໃນໄລຍະລະດູຝົນ ເຊິ່ງມັກຈະມີຟ້າຮ້ອງ-ຟ້າເຫລື້ອມ. ສະນັ້ນຄວນຜູກມັດງົວ-ຄວາຍໄວ້ຄອກ ຫລື ໃນສະຖານທີ່ ທີ່ເຫັນວ່າມີຄວາມປອດໄພ ແລະ ຄວນຫລີກລ້ຽງເຂດມີຕົ້ນໄມ້ໃຫຍ່ ແລະ ໜອງນໍ້າເຫລົ່ານີ້ເປັນຕົ້ນ.

ແຫຼ່ງຂ່າວ: ເຟສບຸກ ແສງອາລຸນ ໄຊຍະລາດ