spot_img
Homeຂ່າວພາຍ​ໃນສຳເລັດການປ່ອຍຍຸງໂວບັກເຄຍທີ່ກໍາຈັດເຊື້ອໄຂ້ຍຸງລາຍ ຢູ່ 32 ບ້ານ ໃນນະຄອນຫຼວງ

ສຳເລັດການປ່ອຍຍຸງໂວບັກເຄຍທີ່ກໍາຈັດເຊື້ອໄຂ້ຍຸງລາຍ ຢູ່ 32 ບ້ານ ໃນນະຄອນຫຼວງ

Published on

ໂຄງການທົດລອງປ່ອຍຍຸງ ໂວບັກເຄຍ ຂອງກະຊວງສາທາລະນະສຸກ ໄດ້ເລີ່ມຈັດຕັ້ງປະຕິບັດໃນທ້າຍເດືອນເມສາ ແລະ ສຳເລັດໃນທ້າຍເດືອນສິງຫາ 2023 ຜ່ານມາ ຢູ່ 32 ບ້ານເປົ້າໝາຍ ຂອງເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃຊ້ເວລາທັງໝົດ 18 ອາທິດ ແລະ ສາມາດປ່ອຍຍຸງໄດ້ 60 ພັນກວ່າຈອກ ເຊິ່ງແຕ່ລະຈອກມີຍຸງປະມານ 200-300 ຕົວ. ພາຍຫຼັງສຳເລັດການປ່ອຍຍຸງດັ່ງກ່າວ ທີມງານວິຊາການ ຈະລົງຕິດຕາມກວດກາຜົນທຸກໆ 4 ອາທິດຕໍ່ຄັ້ງ ຈົນຮອດເດືອນພະຈິກ; ຫຼັງຈາກນັ້ນ ທີມງານວິຊາການຈະລົງຕິດຕາມກວດກາຜົນທຸກໆ 6 ເດືອນ ຈົນຮອດປີ 2025.

ທ່ານ ນາງ ພຸດມະນີ ທຳມະວົງ ຜູ້ຈັດການໂຄງການຄວບຄຸມປະຊາກອນຍຸງໂລກ ປະຈຳອົງການຊ່ວຍເຫຼືອເດັກສາກົນ ປະຈຳລາວ ເປີດເຜີຍໃນວັນທີ 13 ກັນຍາ 2023 ວ່າ: ໂຄງການທົດລອງປ່ອຍຍຸງ ໂວບັກເຄຍ ໂດຍການນຳເອົາຍຸງລາຍບ້ານ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ຈາກປະເທດອົດສະຕຣາລີ ມາປ່ອຍໃນບັນດາບ້ານເປົ້າໝາຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ເຊິ່ງຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ຈະມີພູມຄຸ້ມກັນທີ່ສາມາດຢັບຢັ້ງ ເຊື້ອໄວຣັສພາຍໃນໂຕມັນເອງ ເວລາຍຸງດັ່ງກ່າວ ໄປກັດຜູ້ປ່ວຍທີ່ເປັນໄຂ້ຍຸງລາຍ ຫຼື ພະຍາດອື່ນໆ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຈະບໍ່ສາມາດສົ່ງຕໍ່ພະຍາດດັ່ງ ກ່າວ ໄປຫາຜູ້ອື່ນ ເນື່ອງຈາກເຊື້ອ ໂວບັກເຄຍ ໃນໂຕຍຸງໄດ້ທຳລາຍເຊື້ອໄວຣັສ ດັ່ງກ່າວພາຍໃນໂຕມັນເອງ.

ທັງນີ້, ກໍເພື່ອເກັບເອົາຕົວຢ່າງຍຸງລາຍບ້ານ ຢູ່ໃນພື້ນທີ່ປ່ອຍຍຸງ ແລ້ວສົ່ງໄປວິໄຈ ຢູ່ປະເທດອົດສະຕຣາລີ ເພື່ອຈະຮູ້ຈຳນວນຂອງຍຸງໂວບັກເຄຍ ທີ່ຢູ່ໃນພື້ນທີ່ເປົ້າໝາຍ ເຊິ່ງມາຮອດປັດຈຸບັນ ຜົນການວິໄຈ ໃຫ້ຮູ້ວ່າຍຸງໂວບັກເຄຍ ມີປະມານ 57% ຂອງບ້ານເປົ້າໝາຍ ແລະ ຈະສາມາດສືບຕໍ່ແຜ່ກະຈາຍຢູ່ສອງເມືອງໄດ້. ເຖິງຢ່າງໃດກໍຕາມ ພາຍຫຼັງທີ່ປ່ອຍຍຸງໂວບັກເຄຍ ຍັງບໍ່ສາມາດຮູ້ໄດ້ທັນທີວ່າການລະບາດຂອງໄຂ້ຍຸງລາຍ ໃນພື້ນທີ່ເປົ້າໝາຍມີການຫຼຸດລົງ ແຕ່ຈະຮູ້ຜົນໃນໄລຍະຍາວ ເຊິ່ງອາດຈະໃຊ້ເວລາ 2-5 ປີ ໃນການຕິດຕາມ, ປັດຈຸບັນ ຍັງບໍ່ສາມາດເວົ້າໄດ້ວ່າ ຈຳນວນຜູ້ໄຂ້ຍຸງລາຍໃນພື້ນທີ່ເປົ້າໝາຍ ຫຼຸດລົງ ຖ້າທຽບໃສ່ພື້ນທີ່ ທີ່ບໍ່ໄດ້ປ່ອຍຍຸງ.

ທ່ານ ນາງ ພຸດມະນີ ທຳມະວົງ ໃຫ້ຮູ້ອີກວ່າ: ມາຮອດລະດູຝົນ ຈຳນວນຍຸງແມ່ນເພີ່ມຂຶ້ນຫຼາຍ ບວກກັບຍຸງໂວບັກເຄຍ ທີ່ນຳມາປ່ອຍ ເຊິ່ງເຮັດໃຫ້ຈຳນວນຍຸງຍິ່ງເພີ່ມຂຶ້ນໄປອີກ ແຕ່ກໍບໍ່ໄດ້ສົ່ງກະທົບໃດໆຕໍ່ການດຳລົງຊີວິດຂອງປະຊາຊົນ. ນອກຈາກນີ້, ກ່ອນຈະປ່ອຍຍຸງໂວບັກເຄຍ ທີມງາມກໍໄດ້ລົງສຳຫຼວດຄວາມຄິດເຫັນຂອງປະຊາຊົນ ເຂດບ້ານເປົ້າໝາຍ ເຊິ່ງ 99% ຂອງປະຊາຊົນ ແມ່ນເຫັນດີໃຫ້ປ່ອຍຍຸງໂວບັກເຄຍ, ພ້ອມທັງໃຫ້ການຮ່ວມມືຕະຫຼອດ ໄລຍະການຈັດຕັ້ງປະຕິບັດ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...