ສະຫະລັດອາເມລິກາເກີດປະກົດການ ສຸລິຍະຄາດເຕັມດວງ

ເວັບໄຊຂ່າວ weibo ສື່ສັງຄົມອອນໄລນ໌ໃຫຍ່ຂອງຈີນລາຍງານວ່າ ເວລາປະມານ 10:15 ນາທີ ຂອງວັນທີ 21 ສິງຫາ 2017 ທີ່ຜ່ານມາ ເກີດປະກົດການ ສຸລິຍະຄາດເຕັມດວງ ດົນກວ່າ 2 ນາທີ ທີ່ສະຫະລັດອາເມລິກາ ນີ້ຖືວ່າເປັນປະກົດການທີ່ເກີດຂຶ້ນຄັ້ງທຳອິດໃນຮອບ 40 ປີ ມັນໄດ້ສ້າງຄວາມສົນໃຈໃຫ້ແກ່ຊາວອາເມລິກາເປັນຢ່າງຍິ່ງ ແຫລ່ງຂ່າວລາຍງານວ່າມີ 14 ລັດ ທົ່ວປະເທດສະຫະລັດອາເມລິກາທີ່ສາມາດເບິ່ງເຫັນປະກົດການດັ່ງກ່າວນີ້ ແລະ ຫຼັງຈາກນີ້ຕ້ອງລໍຖ້າໄປອີກ 99 ປີຕໍ່ໜ້າ ຈິ່ງຈະເກີດປະກົດການນີ້ຂຶ້ນອີກຄັ້ງ

ວິດີໂອຂ້າງລຸ່ມນີ້ເປັນການບັນທຶກພາບປະກົດການສຸລິຍະຄາດເຕັມດວງເໜືອທ້ອງຟ້າຈາກລັດໂອຣິກອນ ສະຫະລັດອາເມລິກາ

https://www.facebook.com/TheClip.UDOMSUK51/videos/1265735463530844/

 

 

ຄລິບວິດີໂອຈາກ: The Clip by ห้องพักรายวันซอยอุดมสุข 51
ແຫລ່ງຂ່າວຈາກ: http://www.weibo.com/a/hot/7543605532563457_1.html?type=new