spot_img
Homeຄົມຄິດຄົມຄົນເຫດຜົນທີ່ເຮົາຄວນເລືອກປະສົບການຫຼາຍກວ່າວັດຖຸ

ເຫດຜົນທີ່ເຮົາຄວນເລືອກປະສົບການຫຼາຍກວ່າວັດຖຸ

Published on

ປະສົບການບໍ່ແມ່ນຈະມີວາງຂາຍຕາມຈະຫຼາດຄືກັບວັດຖຸ ຖ້າຢາກໄດ້ທ່ານຕ້ອງຕາມຫາມັນເອງ ເຖິງຈະມີເງິນແຕ່ກໍ່ບໍ່ແມ່ນວ່າຈະສາມາດໄດ້ມາງ່າຍໆຫາກທ່ານບໍ່ເປັນຄົນເດີນໄປຫາມັນເມື່ອມີໂອກາດເຂົ້າມາຫາທ່ານ ແລະ ປະສົບການຈະບໍ່ມີວັນເຮັດໃຫ້ທ່ານຮູ້ສຶກເບື່ອ ແຕ່ມັນຈະຊ່ວຍເພີ່ມສັກກະຍະພາບໃນຕົວຂອງທ່ານໃຫ້ສູງຂຶ້ນ ເຮົາມາລອງອ່ານໄປພ້ອມກັນເບິ່ງວ່າ ເປັນຫຍັງເຮົາຈິ່ງຄວນເລືອກປະສົບການຫຼາຍກວ່າວັດຖຸ

1 ວັດຖຸຄືສິ່ງຂອງທີ່ໃຊ້ເພື່ອຕອບສະໜອງຄວາມຕ້ອງການ ຄວາມສຸກຂອງຕົວເຮົາພຽງຊ່ວງເວລາໃດໜຶ່ງເທົ່ານັ້ນ ໂດຍສັນຊາດຕະຍານພື້ນຖານຂອງຄົນເຮົາມັກຈະປ່ຽນສິ່ງໃໝ່ໆຢູ່ສະເໝີ ແລະ ຈະລືມສິ່ງເກົ່າທີ່ມີຢູ່ ວັດຖຸກໍ່ຄືກັນເມື່ອເຮົາເລີກໃຊ້ມັນກໍ່ຫມົດຄວາມຫມາຍສຳລັບເຮົາ ແຕ່ສຳລັບປະສົບການນັ້ນມັນຈະຢູ່ຕິດຕົວເຮົາໄປຕະຫຼອດຊີວິດ

2 ປະສົບການຄືໂອກາດໃນການປ່ຽນແປງຊີວິດ ປະສົບການມີບົດບາດສຳຄັນໃນຊີວິດຂອງຄົນເຮົາຫຼາຍກວ່າສິ່ງຂອງທີ່ເຮົາຄອບຄອງ

3 ປະສົບການບໍ່ແມ່ນສິ່ງທີ່ສາມາດກອັບປີ້ໄດ້ງ່າຍໆ ຖ້າທ່ານຢາກໄດ້ປະສົບການກ່ຽວກັບເລື່ອງໃດກໍ່ຕາມບໍ່ວ່າຈະເປັນເລື່ອງວຽກງານ, ເລື່ອງລົມສາວ, ເລື່ອງໄປທ່ຽວ ແລະ ອື່ນໆ ທ່ານຕ້ອງລອງດ້ວຍຕົວທ່ານເອງ

3 ປະສົບການບໍ່ແມ່ນສິ່ງທີ່ຈະນຳມາປຽບທຽບໄດ້ງ່າຍໆ ຄືກັບສິ່ງຂອງ ເພາະປະສົບການຂອງແຕ່ລະຄົນມັນແຕກຕ່າງກັນໂດຍອາໃສປັດໄຈຫຼາຍໆຢ່າງ

4 ປະສົບການເຖິງຈະມີຂໍ້ຈຳກັດແຕ່ສຸດທ້າຍກໍ່ກາຍເປັນຄວາມຊົງຈຳ ບາງເລື່ອງກໍ່ດີ ບາງເລື່ອງກໍ່ຮ້າຍ ແຕ່ເຮົາສາມາດຈົດຈຳ ແລະ ຖອດຖອນເອົາມານຳໃຊ້ເປັນບົດຮຽນຊີວິດໄດ້

ການທີ່ບໍ່ຢຶດຕິດກັບວັດຖຸແມ່ນສິ່ງທີ່ດີທີ່ສຸດ ເພາະເຮົາບໍ່ຕ້ອງເຫມື່ອຍແລ່ນນຳຜະລິດຕະພັນທີ່ອອກມາໃໝ່ເຊັ່ນ, ເສື້ອຜ້າ, ໂທລະສັບ, ກະເປົາ, ເກີບ, ລົດ ແລະ ອື່ນໆ ເພາະສິ່ງເຫຼົ່ານັ້ນມັນເປັນພຽງສິ່ງທີ່ເຮັດໃຫ້ເຮົາຕ້ອງວິ້ງເຕັ້ນຫາເງິນມາຊື້ ເປັນການບີບບັງຄັບຕົວເອງ ບາງຄົນເກີດເປັນໜີ້ສິນກໍ່ມີ ແຕ່ສຸດທ້າຍຄວາມສຸກມັນກໍ່ຈະຈາງໄປກັບການເວລາເມື່ອມີສິ່ງໃໝ່ເຂົ້າມາແທນທີ່ ຕ່າງຈະປະສົບການ ແມ່ນແຕ່ເລື່ອງເລັກໆນ້ອຍໆທັງເລື່ອງທີ່ເກີດຂຶ້ນກັບຕົວເຮົາເອງ ຫຼື ຄົນອ້ອມຂ້າງເຮົາກໍ່ສາມາດນຳມາຖອດຖອນເປັນບົດຮຽນໄດ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...