spot_img
Homeວິທະຍາສາດ-ວິທະຍາການວິຕາມິນດີ ສາມາດຊ່ວຍຫລຸດຜ່ອນອັດຕາການລົ້ມຂອງຜູ້ສູງອາຍຸໄດ້

ວິຕາມິນດີ ສາມາດຊ່ວຍຫລຸດຜ່ອນອັດຕາການລົ້ມຂອງຜູ້ສູງອາຍຸໄດ້

Published on

http://www.vcharkarn.com/media/images/

ທຸກ​ໆ ປີ ມີ​ການ​ລົ້ມ​ເກີດ​ຂຶ້ນ​ປະ​ມານ​ໜຶ່ງ​ໃນ​ສາມ​ຂອງ​ຜູ້​ສູງ​ອາ​ຍຸ​ທີ່​ອາໄສ​ຢູ່​ກັບ​ເຮືອນ ຊຶ່ງ​ປະ​ມານ​ໜຶ່ງ​ໃນ​ສິບ​ມີ​ຜົນ​ຈາກ​ການ​ລົ້ມ​ທີ່​ມີ​ການ​ບາດ​ເຈັບ​ຮຸນແຮງ ແລະ​ເຖິງແມ່ນວ່າ​ການ​ບາດ​ເຈັບ​ຈະ​ບໍ່​ເກີດ​ຂຶ້ນ ​ການ​ລົ້ມ​ສາມາດ​ລຸດ​ອັດຕາ​ການເຮັດ​ກິດຈະກຳ​ຕ່າງໆ ຊຶ່ງ​ນຳ​ມາ​ຊຶ່ງ​ຄວາມ​ສູນ​ເສຍ​ອິດສະຫລະ​ຂອງ​ຜູ້​ສູງ​ອາ​ຍຸ​ໄດ້

ການ​ວິ​ໄຈ​ເຜີຍ​ໃຫ້​ເຫັນ​ວ່າ ວິ​ຕາ​ມິນ​ດີ ເປັນ​ກະ​ແຈ​ສຳຄັນ​ທີ່​ຊ່ວຍ​ຄົງ​ຄວາມ​ເປັນ​ໜຶ່ງ​ແລະ​ຄວາມ​ແຂງ​ແຮງ​ຂອງ​ກ້າມ​ເນື້ອ​ເອົາ​ໄວ້​ໄດ້ ນອກ​ຈາກ​ນັ້ນ​ການ​ວິ​ໄຈ​ບາງ​ຕົວ​ຍັງ​ແນະນຳ​ວ່າ ວິ​ຕາ​ມິນ​ດີ ອາດ​ຊ່ວຍ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ລົ້ມ

ວິ​ຕາ​ມິນ​ດີ (Vitamin D) ນັ້ນ​ຊ່ວຍ​ໃນ​ການ​ດູດ​ຊຶມ​ແຄ​ຊຽມ​ແລະ​ຟອດ​ຟໍ​ລັດ ຮ່າງກາຍ​ສາມາດ​ສ້າງ​ວິ​ຕາ​ມິນ​ດີ​ໄດ້​ເອງ​ເມື່ອ​ຜິວ​ໜັງ​ໄດ້ຮັບ​ແສງ​ແດດ ໃນ​ກໍລະນີ​ທີ່​ບໍ່​ຖືກ​ແດດ ຈຳ​ເປັນ​ຈະ​ຕ້ອງ​ໄດ້ຮັບ​ວິ​ຕາ​ມິນ​ດີ​ຈາກ​ອາຫານ​ໃຫ້​ຫລາຍ​ຂຶ້ນ ອາຫານ​ທີ່​ມີ​ວິ​ຕາ​ມິນ​ດີ​ຫລາຍ​ໄດ້​ແກ່ ນ້ຳ​ມັນ​ຕັບ​ປາ ໄຂ​ມັນ ນົມ ເນີຍ ຕັບ​ສັດ (COD) ປາ​ທູ ໄຂ່​ແດງ ປາ​ແຊວ​ມອນ ປາ​ຊາ​ດີນ ປາ​ແມກ​ເຄີ​ເລນ, ປາ​ໄຫລ, ມາ​ກາລິນ, ແຄ​ລອດ, ຟັກ​ທອງ ແລະ​ຜັກ​ຂຽວ​ເຫລືອງ​ຕ່າງໆ

http://www.vcharkarn.com/media/images/

ຜູ້​ສູງ​ອາ​ຍຸ​ທີ່​ຢູ່​ກັບ​ເຮືອນ ເປັນ​ກຸ່ມ​ຄົົນທີ່​ເປາະ​ບາງ ມີ​ການ​ໄດ້ຮັບ​ການ​ຄວບ​ຄຸມ​ອາຫານ​ເພື່ອ​ສຸຂະພາບ​ໜ້ອຍ ແລະ​ປັດ​ໄຈ​ເລື່ອງ​ສຸຂະພາບ​ຈະ​ກ່ຽວກັບ​ສານ​ອາຫານ​ທີ່​ໄດ້ຮັບ ແລະ​ຍັງ​ເປັນ​ຜູ້​ທີ່​ອອກ​ແດດ​ກາງ​ແຈ້ງ​ໜ້ອຍ ຊຶ່ງ​ເຮັດ​ໃຫ້ເປັນ​ການ​ເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ມີ​ລະ​ດັບ​ວິ​ຕາ​ມິນ​ດີ​ຕ່ຳ ຊຶ່ງ​ນຳ​ໄປ​ສູ່​ການເກີດ​ອຸປະຕິເຫດ​ຈາກ​ການ​ລົ້ມ​ໄດ້

ນັກ​ວິ​ໄຈ​ທີ່​ສູນ​ການ​ແພດ ເວກ ຟໍ​ເລດ ແບ​ບະ​ຕິດ ອາ​ເມຣິກາ ໄດ້​ເຮັດ​ການສຶກສາ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເພີ່ມ​ການ​ໄດ້ຮັບ​ວິ​ຕາ​ມິນ​ດີ ຜ່ານ​ໂປ​ແກມ​ສຸຂະພາບ Meals-on-Wheels (MOW) ຂອງ​ທາງ​ສູນ  ເພື່ອຈະ​ເພີ່ມ​ລະ​ດັບ​ວິ​ຕາ​ມິນ​ດີ​ຂອງ​ຄົນ​ໄຂ້​ແລະຫ​ລຸດ​ຜ່ອນອຸປະຕິເຫດ​ຈາກ​ການ​ລົ້ມ

ການ​ວິ​ໄຈ​ໄດ້​ຖືກ​ຕີ​ພິມ​ແບບ​ສະບັບ​ອອນ​ໄລນ໌​ໃນ​ເບື້ອງ​ຕົ້ນ​ຂອງ Journal of the American Geriatrics Society “ການ​ລົ້ມ​ໃນ​ກຸ່ມ​ຜູ້​ສູງ​ອາ​ຍຸ​ມັກ​ນຳ​ໄປ​ສູ່​ການ​ພິ​ການ​ແລະ​ຕ້ອງ​ໄປ​ຢູ່ໃນ​ເຮືອນ​ຜູ້​ປ່ວຍ” ດຣ. ເດ​ນິດ ຮິ​ວົດ​ຕັນ ຜູ້​ຊ່ວຍ​ສາດສະດາ​ຈານທາງ​ດ້ານ​ການສຶກສາ​ແລະ​ເວດ​ສາດ​ກ່ຽວກັບ​ຜູ້​ສູງ​ອາ​ຍຸ​ທີ່​ສູນ​ການ​ແພດ ເວກ ຟໍ​ເລດ ແບ​ບະ​ຕິດ ແລະ​ເປັນ​ຫົວ​ໜ້າ​ງານ​ວິ​ໄຈ ກ່າວ “ເຮົາ​ຫລື​ສູນ​ຜູ້​ສູງ​ອາ​ຍຸ​ຂອງ​ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ຮັກສາອິດສະຫລະ​ແລະ​ໃຊ້​ຊີວິດ​ຢູ່​ທີ່​ເຮືອນ​ຢ່າງ​ປອດ​ໄພ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້”

ການ​ວິ​ໄຈ​ເຜີຍ​ວ່າ  ການ​ໄດ້ຮັບ​ວິ​ຕາ​ມິນ​ດີ​ທຸກ​ໆ ເດືອນ ມີ​ປະ​ສິດ​ທິ​ພາບ​ເຮັດໃຫ້​ລະ​ດັບ​ຄວາມ​ເຂ້ມ​ຂົ້ນ​ຂອງ​ວິ​ຕາ​ມິນ​ດີ​ໃນ​ເລືອດ​ເພີ່ມ​ຈາກ​ລະ​ດັບ​ບໍ່​ພຽງ​ພໍ​ໄປ​ສູ່​ລະ​ດັບ​ທີ່​ພໍ​ພຽງ​ຂອງ​ກຸ່ມ​ທົດລອງ ແຕ່​ 1 ໃນ 34 ຄົນ​ຂອງ​ຜູ້​ທີ່​ໄດ້ຮັບ​ນັ້ນ​ເພີ່ມ​ຂຶ້ນ​ໄປ​ໃນ​ລະ​ດັບ​ສູງ​ພຽງ 5 ຄົນ​ເທົ່າ​ນັ້ນ ນອກ​ຈາກ​ນີ້​ກຸ່ມ​ທົດລອງ​ທີ່​ໄດ້ຮັບ​ວິ​ຕາ​ມິນ​ດີ​ຍັງມີ​ການ​ລົ້ມ​ທີ່​ຫລຸດລົງ​ປະ​ມານ​ເຄີ່ງ​ໜຶ່ງ​ຈາກ​ກຸ່ມ​ທີ່​ບໍ່​ໄດ້ຮັບ

“ແມ່ນ​ການ​ວິ​ໄຈ​ເລີ່ມ​ຕົ້ນ​ນີ້​ຈະ​ເປັນ​ເປົ້າ​ໝາຍ​ອັນ​ດີ ແຕ່​ເຮົາ​ຕ້ອງ​ການ​ຄວາມຫມັ້ນ​ໃຈ​ໃນ​ຜົນ​ການ​ທົດລອງ​ໃນ​ລະ​ດັບ​ທີ່​ກວ້າງ​ຂຶ້ນ​ອີກດ້ວຍ” ຮິ​ວົດ​ຕັນ​ກ່າວ

http://www.vcharkarn.com/media/images/

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)