ລາວ ຖືກຈັດຢູ່ໃນອັນດັບທີ 4 ຂອງອາຊຽນ ທາງດ້ານການອໍານວຍຄວາມສະດວກທາງການຄ້າລະຫວ່າງປະເທດ

ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ (ຄອຄສ) ຄົບຄະນະ ຄັ້ງທີ 4 ໃນວັນທີ 25 ມັງກອນ ຜ່ານມາ ທີ່ຈັດຂຶ້ນໃນຮູບແບບອອນລາຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າ ຄອຄສ ໄດ້ກ່າວໃຫ້ຮູ້ວ່າ: ໃນປີ 2018, ລັດຖະບານ ໄດ້ອອກຄໍາສັ່ງ ເລກທີ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ເຊິ່ງໃນນັ້ນປະກອບມີ 10 ຕົວຊີ້ວັດ ທີ່ຕິດພັນກັບຫຼາຍຂະແໜງການທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະແມ່ນບັນດາຂັ້ນຂອດ ແລະ ເວລາໃນການອະນຸຍາດຕ່າງໆໃຫ້ມີຄວາມວ່ອງໄວຂຶ້ນ.

ເວົ້າສະເພາະການຈັດອັນດັບຕົວຊີ້ວັດທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ແມ່ນຕົວຊີ້ວັດທີ 8 “ການຄ້າລະຫວ່າງປະເທດ” ຊຶ່ງຕາມບົດລາຍງານການສໍາຫຼວດການຈັດອັນດັບຄວາມງ່າຍດາຍໃນການດຳເນີນທຸລະກິດ ຂອງທະນາຄານໂລກ ຫຼື EDB ສຳລັບປີ 2020 ເຫັນວ່າ: ສໍາລັບການຈັດອັນດັບການອໍານວຍຄວາມສະດວກດ້ານການຄ້າລະຫວ່າງປະເທດ, ສປປ ລາວ ແມ່ນຢູ່ໃນອັນດັບທີ 78 ຂອງໂລກ ແລະ ຢູ່ໃນອັນດັບທີ 4 ໃນກຸ່ມປະເທດອາຊຽນຮອງຈາກສິງກະໂປ, ມາເລເຊຍ, ແລະ ໄທ.

ເຖິງຢ່າງໃດກໍຕາມ, ໃນວັນທີ 16 ກັນຍາ 2021 ກຸ່ມທະນາຄານໂລກໄດ້ປະກາດຢ່າງເປັນທາງການວ່າ ຈະບໍ່ສືບຕໍ່ການເຮັດບົດລາຍງານ EDB ແລະ ຈະປ່ຽນວິທີການປະເມີນສະພາບແວດລ້ອມດ້ານການລົງທຶນແບບໃໝ່ໃນຕໍ່ໜ້າ. ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງສົມທົບກັນເພື່ອຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບວິທີການອື່ນ ໃນການປະເມີນ 10 ຕົວຊີ້ວັດ ເພື່ອປ່ຽນແທນບົດລາຍງານ EDB ໃນອະນາຄົດ. 

ແຫຼ່ງຂ່າວ: ປະຊາຊົນ