spot_img
Homeຂ່າວການຊ່ວຍເຫຼືອພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກສະຖານທູດ ສປ ຈີນ ປະຈໍາ ສປປ ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກສະຖານທູດ ສປ ຈີນ ປະຈໍາ ສປປ ລາວ

Published on

ໃນຕອນບ່າຍ ວັນທີ 25 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ແກ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ) ປະກອບມີເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການຮຽນ ລວມມູນຄ່າ 584.216,80 ຢວນ ຫຼື ປະມານ 1.051.590.240 ກີບ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ຈ່ຽງ ຈ່າຍຕຸງ (Jiang Zaidong), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບີເອເຕ ດາສເທລ (Beate Dastel), ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ (UNICEF) ປະຈໍາລາວ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຈາກຫ້ອງການ, ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກາວ, ທ່ານ ຈ່ຽງ ຈ່າຍຕຸງ ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ໄດ້ຮັບການເສີມຂະຫຍາຍ ໂດຍສະເພາະໃນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19, ຊຶ່ງ ສປ ຈີນ ໄດ້ມີຄວາມຫ່ວງໄຍ ແມ່ຍິງ ແລະ ເດັກນ້ອຍທີ່ຢູ່ຫ່າງໄກສອກຫລີກ ຂອງ ສປປ ລາວ ທີ່ຍັງຂາດເຂີນທາງດ້ານອຸປະກອນການສຶກສາ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນການປະກອບສ່ວນຊ່ວຍເຫຼືອ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ດັ່ງນັ້ນ, ສະຖານທູດຈີນ ປະຈໍາ ສປປ ລາວ ຈຶ່ງໄດ້ຮ່ວມກັບ ແຂວງຢູນນານ ເຊິ່ງມີຊາຍແດນຕິດກັບລາວນຳເອົາເຄື່ອງມາຊ່ວຍເຫລືອໃນຄັ້ງນີ້.

ທ່ານ ນາງ ບີເອເຕ ດາສເທລ, ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ ປະຈຳລາວ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດ ທີ່ໄດ້ມີສ່ວນຮ່ວມໃນການໃຫ້ຄຳປຶກສາດ້ານເຕັກນິກ ໃນການຈັດຊື້ເຄື່ອງຊ່ວຍເຫຼືອດັ່ງກ່າວ ທັງນີ້ກໍເພື່ອຮັບປະກັນດ້ານຄຸນນະພາບຂອງການຊ່ວຍເຫຼືອ ແລະ ທັງເພື່ອໃຫ້ເດັກນ້ອຍໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ໃນໂອກາດນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ກຽດກ່າວຮັບ ໂດຍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ກໍຄື ສະຖານທູດ, ແຂວງຢູນນານ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້. ພ້ອມດຽວກັນນັ້ນ, ກໍໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນສະເໜີຕົ້ນສະເໜີປາຍ ແລະ ທັນການ ຂອງລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນໃຫ້ແກ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ. ການຊ່ວຍເຫຼືອຂອງສະຫາຍ ຈີນ ເປັນການສະແດງເຖິງນໍ້າຈິດນໍ້າໃຈສາມັກຄີຮັກແພງ ຂອງປະຊາຊົນສອງຊາດ ທີ່ມີມາແຕ່ດົນນານ ທີ່ຍາມໃດກໍອູ້ມຊູຊ່ວຍເຫຼືອກັນ ເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມກັນພັດທະນາ. ທ່ານ ນາງ ອາລຸນີ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ອົງການ ອຸຍນີເຊບ ປະຈຳລາວ ທີ່ໄດ້ໃຫ້ຄຳແນະນຳໃນການຈັດຊື້ເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ, ສະຫະພັນແມ່ຍິງກະຊວງຈະໄດ້ນຳໄປຊ່ວຍເຫລືອ ແມ່ຍິງ ແລະ ເດັກນ້ອຍ ຜູ້ທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດໂຄວິດ-19 ທັງຢູ່ ນະຄອນຫລວງວຽງຈັນ ແລະ ບັນດາແຂວງຕ່າງໆ.

ແຫຼ່ງຂ່າວຈາກ: Lao National Radio

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...