ລັດຖະມົນຕີຊ່ວຍກະຊວງສາທາລະນະສຸກອິຣ່ານຕິດເຊື້ອໄວຣັດໂຄໂຣນາ (ມີຄຣິບ)

ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກອິຣ່ານ ໄດ້ອອກມາໂພສຄລິບວິດີໂອລົງໃນທະວິດເຕີສ່ວນຕົວໃນວັນທີ 25 ກຸມພາ 2020 ວ່າ ຍອມຮັບຕົນເອງກຳລັງຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ກຳລັງລະບາດຢ່າງໄວວາໃນອິຣ່ານ.

ທ່ານ ອິຣາຈ ອາຮິຊຊີ່ ລັດຖະມົນຕີໄດ້ກ່າວວ່າ ໂຄໂຣນາ ຫຼື ໂຣກໂຄວິດ-19 ບໍ່ເລືອກວ່າຈະຕິດໃຜ ບໍ່ວ່າຈະເປັນຄົນທຳມະດາ ຫຼື ພະນັກງານລັດ.

ເມື່ອວານນີ້ ທ່ານ ອິຣາຈ ໄດ້ໄປຮ່ວມງານຖະແຫຼງຂ່າວກັບໂຄສົກລັດຖະບານກ່ຽວກັບສະຖານະການໄວຣັສໂຄໂຣນາໃນປະເທດ ເຊິ່ງໃນພາບຈາກສື່ອິຣ່ານເຜີຍໃຫ້ເຫັນວ່າ ທ່ານ ອິຣາຈ ມີອາການປ່ວຍເຫັນໄດ້ຊັດເຈນ ແຕ່ບໍ່ຍອມລາງານເພື່ອກັກຕົວໃນບໍລິເວນເຮືອນຂອງຕົນເອງ ເຊິ່ງເລື່ອງນີ້ມັນໄດ້ສ້າງຄວາມກັງວົນວ່າໂຣກນີ້ຈະໄປຕິດຄົນໃນລັດຖະບານ, ນັກການເມືອງຄົນອື່ນ ແລະ ຄົນໃກ້ຊິດອີກດ້ວຍ.

ທັງນີ້, ອິຣ່ານເປັນປະເທດທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດຈາກການຕິດເຊື້ອໄວຣັດຊະນິດນີ້ນອກປະເທດຈີນ ຍອດຜູ້ຕິດເຊື້ອປັດຈຸບັນໃນອິຫຼາຍມີຈຳນວນ 95 ຄົນ ແລະ ມີຜູ້ເສຍຊີວິດ 16 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ