ສານຂັ້ນຕົ້ນນະຄອນຫຼວງ ໄດ້ພິຈາລະນາຄະດີ ໃນວັນທີ 12 ກຸມພາ 2020, ພາຍຫຼັງໄອຍະການໄດ້ຖະແຫຼງ ໄຈ້ແຍກການກະທຳຜິດຂອງຈຳເລີຍ ໂດຍອີງຕາມກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2012 ແລະ ອີງຕາມສຳນວນຄະດີອາຍາຂັ້ນຕົ້ນ ເລກທີ 1095/ອຍກ.ນວ ໂດຍມີເນື້ອຄະດີດັ່ງນີ້: ເດືອນຕຸລາ 2018 ນາງ ບີ້ (ຈຳເລີຍ) ໄດ້ໄປສະໝັກເຮັດວຽກເປັນແມ່ບ້ານຢູ່ເຮືອນຂອງໂຈດທາງແພ່ງຊື່ນາງ ຢູ່ມີ ອາຍຸ 30 ປີ ຢູ່ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນ ຫຼວງວຽງຈັນ ໂດຍມີເງື່ອນໄຂໃຫ້ຈຳເລີຍຢູ່ກິນນຳ ແລະ ຮັບຄ່າຈ້າງເດືອນລະ 500.000 ກີບ, ພາຍຫຼັງເຮັດວຽກໄດ້ປະມານ 2 ເດືອນ ຈຳເລີຍ ໄດ້ເລີ່ມເຄື່ອນໄຫວລັກຊັບຂອງນາຍຈ້າງ, ເຊິ່ງກໍ່ເຫດມາແລ້ວຈຳນວນ 5 ຄັ້ງ.
ຄັ້ງທີ 1 ໃນເດືອນທັນວາ 2018, ຈຳເລີຍ ໄດ້ລັກເອົາເງິນຢູ່ໃນກະເປົ໋າຂອງນາຍຈ້າງ 100 ໂດລາ, 1.000 ບາດ ແລະ 100 ຢວນ ແລ້ວນຳໄປໃຊ້ຈ່າຍສ່ວນຕົວໝົດ. 5 ວັນຕໍ່ມາ, ໂຈດທາງແພ່ງຮູ້ເລື່ອງ ຈຶ່ງຖາມເອົາເງິນນຳຈຳເລີຍ ແຕ່ຈຳເລີຍສົ່ງຄືນພຽງ 350.000 ເພາະອີກ 500.000 ແມ່ນເປັນຄ່າເງິນເດືອນເລີຍ; ຄັ້ງທີ 2 ໃນເດືອນມັງກອນ ແລະ ຄັ້ງທີ 3 ໃນເດືອນກຸມພາ 2019 ທັງ 2 ຄັ້ງນີ້ ຈຳເລີຍໄດ້ລັກເອົາເງິນຄັ້ງລະ 1.000 ບາດ ເມື່ອໂຈດທາງແພ່ງຮູ້ວ່າ ຈຳເລີຍລັກເອົາເງິນ ຈຶ່ງຫັກເອົາເປັນຄ່າເງິນເດືອນທັງ 2 ເດືອນເລີຍ; ຄັ້ງທີ 4 ໃນວັນທີ 27 ກຸມພາ ໄດ້ລັກເອົາໂທລະສັບຍີ່ຫໍ້ຊຳຊຸງຂອງຜົວໂຈດທາງແພ່ງ ແລ້ວເອົາໄປເຊື່ອງໄວ້ໃນຫ້ອງນອນຂອງຜູ້ກ່ຽວ. ມື້ຕໍ່ມາວັນທີ 28 ກຸມພາ, ເວລາປະມານ 12:00 ໂມງ ຈຳເລີຍ ໄດ້ເອົາໂທລະສັບໄປໃຫ້ທ້າວ ຈ່ອຍ (ແຟນ) ນຳໃຊ້, ແຕ່ຈຳເລີຍບໍ່ໄດ້ບອກ ທ້າວ ຈ່ອຍ ວ່າໂທລະສັບແມ່ນລັກມາ. ຈາກນັ້ນ, ທ້າວ ຈ່ອຍໄດ້ເອົາໄປຂາຍໃຫ້ໄວລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມໄດ້ເງິນຈຳນວນ 500.000 ກີບ ແລະ ນຳເງິນໄປໃຊ້ຈ່າຍຈົນໝົດ; ຄັ້ງສຸດທ້າຍ, ຈຳເລີຍລັກເງິນຈຳນວນ 1.000 ບາດ ເມື່ອໂຈດທາງແພ່ງຮູ້ກໍຫັກເປັນຄ່າເດືອນເດືອນອີກ.
ຈາກການລັກຊັບຈຳນວນ 5 ຄັ້ງນັ້ນ ຈຳເລີຍຍັງໄດ້ສໍ້ໂກງຊັບຂອງນາຍຈ້າງຄື: ວັນທີ 16 ເມສາ 2019, ເວລາປະມານ 11:00 ໂມງ ຈຳເລີຍໄດ້ຢືມລົດຈັກຍີ່ຫໍ້ຮອນດ້າເວບ 100 ຂອງນາຍຈ້າງ ພ້ອມທັງຂໍເບີກເງິນຈຳນວນ 200.000 ກີບ, ນາຍຈ້າງໄດ້ໃຫ້ເວລາ 24 ຊົ່ວໂມງ ແມ່ນໃຫ້ກັບຮ້ານ, ເມື່ອໄດ້ລົດກັບເງິນແລ້ວ ຈຳເລີຍກໍໄປຫາ ທ້າວ ຈ່ອຍ ເມື່ອຮອດເວລາໂຈດທາງແພ່ງໄດ້ໂທນຳຈຳເລີຍ. ແຕ່ຈຳເລີຍບໍ່ກັບ ຜ່ານໄປ 8 ວັນ ຈຳເລີຍຍັງບໍ່ກັບມາຮ້ານ ໂຈດທາງແພ່ງ ຈຶ່ງຕິດຕາມຈົນຮູ້ວ່າ: ຈຳເລີຍໄປຢູ່ນຳ ທ້າວ ຈ່ອຍ. ຈາກນັ້ນ, ຈຶ່ງແຈ້ງຕໍ່ອຳນາດການປົກຄອງບ້ານ ນາສ້ຽວ ເມືອງ ນາຊາຍທອງ ເຂົ້າກັກຕົວ ແລະ ມອບໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີອາຍາຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານໜັກແໜ້ນ ແລະ ພຽງພໍ ໃນການຢັ້ງຢືນການກະທຳຜິດຂອງຈຳເລີຍຕາມປະມວນກົດໝາຍອາຍາມາດຕາ 231 ແລະ 233 ທີ່ແຕະຕ້ອງເຖິງກຳມະສິດຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍ.
ຈຳເລີຍ ມີເຈດຕະນາລັກຊັບຂອງໂຈດທາງແພ່ງແທ້ ແລະ ໃຊ້ເລ່ລຽມຕົວະຍົວະຫຼອກລວງໂຈດທາງແພ່ງ ດ້ວຍວິທີການຢືມລົດຈັກ ແລ້ວບໍ່ເອົາມາສົ່ງຕາມທີ່ກຳນົດໄວ້ນັ້ນ ເປັນການກະທຳທີ່ເປັນອາຈີນໃນສະຖານການລັກຊັບຂອງພົນລະເມືອງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ໂຈດທາງແພ່ງ, ການຕັດສິນຂອງສານໃນຄັ້ງນີ້ ແມ່ນອີງຕາມປະມວນ ກົດໝາຍອາຍາມາດຕາ 231 ວັກ 3 ແລະ ມາດຕາ 233 ວັກ 1.
ຮຽບຮຽງຂ່າວ: ພຸດສະດີ