ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ-ອາເມຣິກາ ພົບປະກັນຄັ້ງທີ 2

0
714

ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລະ ສະຫະລັດອາເມຣິກາ ພົບປະຫາລືກັນໃນນອກຮອບກອງປະຊຸມອາຊຽນທີ່ກຳປູເຈຍ ໂດຍໜຶ່ງໃນຫົວຂໍ້ທີ່ສຳຄັນແມ່ນສົນທະນາກ່ຽວກັບໄຕ້ຫວັນ.

Khmer Times ສຳນັກຂ່າວທາງການຂອງກຳປູເຈຍ ໄດ້ລາຍງານວ່າ: ວັນທີ 22 ພະຈິກ ທີ່ກຸງພະນົມເປັນ ປະເທດກຳປູເຈຍ ກະຊວງປ້ອງກັນປະເທດອາເມຣິກາ ໄດ້ເຜີຍແຜ່ຖະແຫຼງການ ເປັນການພົບປະຫາລືລະຫວ່າງ ລອຍ ອອສຕິນລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ແລະ ເວີ່ຍ ເຟິ່ງເຫີ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ພົບປະນອກຮອບການປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ທີ່ເມືອງສຽມລຽບ ໃນວັນອັງຄານທີ່ຜ່ານມາ ຖືວ່າເປັນການພົບປະຫາລືໂຕຕໍ່ໂຕຄັ້ງທີ 2 ໃນປີນີ້.

ທັ້ງນີ້ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ໄດ້ສະແດງເຖິງຄວາມກັງວົນເລື່ອງການຊ້ອມຮົບຂອງກອງທັບອາກາດ ທີ່ອາດເພີ່ມຄວາມສ່ຽງຂອງອຸບັດຕິເຫດ.

ທັງສອງຝ່າຍຍັງແລກປ່ຽນຄວາມຄິດເຫັນກ່ຽວກັບສະຖານະການໃນເກົາຫຼີເໜືອ-ໃຕ້ ແລະ ໄຕ້ຫວັນ.