spot_img
Homeຂ່າວຕ່າງປະເທດມຽນມາກຽມແຈກອາຫານ ແລະ ງົດເກັບຄ່າໄຟຟ້າກັບປະຊາຊົນໃນຊ່ວງວິກິດໂຄວິດ-19

ມຽນມາກຽມແຈກອາຫານ ແລະ ງົດເກັບຄ່າໄຟຟ້າກັບປະຊາຊົນໃນຊ່ວງວິກິດໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຢາງກຸ້ງ ປະເທດມຽນມາ ເມື່ອວັນທີ 8 ເມສາ ວ່າ ຄະນະກຳມະທິການດ້ານການປ້ອງກັນ ຄວບຄຸມ ແລະ ຮັກສາໂຣກໂຄວິດ-19 ອອກຖະແຫຼງການວ່າ ເຈົ້າໜ້າທີ່ລັດກຽມສົ່ງອາຫານແຫ້ງ ແລະ ສິ່ງຂອງຈຳເປັນໃຫ້ກັບປະຊາຊົນນັບຕັ້ງແຕ່ວັນທີ 10 ເມສາ ນີ້ເປັນຕົ້ນໄປ.

ທັງນີ້, ການຈັດສົ່ງອາຫານ ແລະ ສິ່ງຂອງທັງໝົດເປັນຄວາມຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳມຽນມາ, ອົງການບໍລິການສັງຄົມທ້ອງຖິ່ນ ກັບຜູ້ອາວຸໂສໃນຊຸມຊົນ ແລະ ອາສາສະໝັກຄົນຮຸ່ນໃໝ່ ເພື່ອໃຫ້ໝັ້ນໃຈວ່າການກະຈາຍສິ່ງຊ່ວຍເຫຼືອທັງໝົດເປັນໄປຢ່າງທົ່ວເຖິງ ມີຄວາມວ່ອງໄວ ແລະ ໂປ່ງໃສ.

ນອກຈາກນີ້, ລັດຖະບານມຽນມາຍັງມີມະຕິຕົກລົງຍົກເວັ້ນການເກັບຄ່າໄຟຟ້າໃຫ້ກັບທຸກຄອບຄົວໃນອັດຕາການໃຊ້ບໍ່ເກີນ 150 ໜ່ວຍ ຈົນໝົດເດືອນນີ້ ລວມເຖິງການຍົກເວັ້ນຄ່າໄຟຟ້າໃຫ້ກັບບັນດາສະຖານທູດ, ສຳນັກງານຂອງສະຫະປະຊາຊາດ ແລະ ອົງການອິດສະຫຼະລະຫວ່າງປະເທດ.

ປັດຈຸບັນ, ມຽນມາມີຜູ້ປ່ວຍຕິດເຊື້ອໂຄວິດ-19 ສະສົມ 22 ຄົນ ເສຍຊີວິດ 1 ຄົນ, ກະຊວງສາທາລະນະສຸກຂອງມຽນມາກຳລັງພະຍາຍາມຢ່າງສຸດຄວາມສາມາດໃນການຈັດຫາໜ້າກາກອານາໄມ ເພື່ອເພື່ອສົ່ງມອບໃຫ້ກັບປະຊາຊົນທຸກຄົວເຮືອນພາຍໃນເດືອນນີ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...