ພາຍຸໄຕ້ຝຸ່ນ “ໂຊເດວ” ຈະເຄື່ອນເຂົ້າລາວໃນວັນທີ 25-27 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸໄຕ້ຝຸ່ນ ແຕ່ໄລຍະວັນທີ 25 – 27 ຕຸລາ 2020ນີ້ວ່າ ພາຍຸໄຕ້ຝຸ່ນ ໂຊເດວ ຫົວທີ 17 ປະຈຳປີ 2020 ປະຈຸບັນກຳລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ, ເຊິ່ງໃນເວລສ 07:50 ນາທີ ຂອງວັນທີ 23 ຕຸລາ 2020 ມີຈຸດສູນກາງເສັ້ນຂະໜານທີ່ 17.5 ອົງສາເໜືອ ແລະ ເສັ້ນແວງທີ 115.3 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອຢ່າງຊ້າໆ. ຄາດຄະເນວ່າຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ແລະ ສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງປະເທດລາວ ໃນໄລຍະວັນທີ 25 – 26 ຕຸລາ 2020 ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 25-27 ຕຸລາ 2020ນີ້.

ຮຽບຮຽງຂ່າວ: ພຸດສະດີ