spot_img
Homeຂ່າວເຫດການປຸ້ນຜິດຊີວິດປ່ຽນ! ໂຈນບຸກປຸ້ນຮ້ານຂາຍເຄື່ອງ ຖືກຍິງເສຍຊີວິດ

ປຸ້ນຜິດຊີວິດປ່ຽນ! ໂຈນບຸກປຸ້ນຮ້ານຂາຍເຄື່ອງ ຖືກຍິງເສຍຊີວິດ

Published on

ອີງຕາມເຈົ້າຫນ້າທີ່ ປກສ ແຂວງບໍ່ແກ້ວ ລາຍງານໃນຕອນເຊົ້າມືດເວລາປະມານ 2-3 ໂມງ ຂອງວັນທີ 10 ກັນຍາ 2023 ຜ່ານມາ, ມີຄົນຮ້າຍເຂົ້າມາງັດເຮືອນປະຊາຊົນ ສາມາດລັກລົດຈັກເວບຮ້ອຍ ສີແດງດຳ ໄດ້ 1 ຄັນ, ຕໍ່ ມາລັກງັດຮ້ານຂາຍເຄື່ອງຍ່ອຍຂອງພະນັກງານລັດ ໃນຂະນະນັ້ນເຈົ້າຂອງຮ້ານໄດ້ຍິນສຽງຈຶ່ງລຸກມາເບິ່ງ ພ້ອມທັງເອົາປືນ AK (ເປັນປືນທີ່ອົງການຈັດຕັ້ງມອບໃຫ້ໄວ້ປ້ອງກັນຕົວ) ແລະ ມາພົບເຫັນຄົນຮ້າຍ ຂະນະດຽວກັນຄົນຮ້າຍຮູ້ຕົວຈຶ່ງຈັບມີດແລ່ນເຂົ້າມາເພື່ອແທງໃສ່ເຈົ້າຂອງຮ້ານ, ເມື່ອເຫັນແນວນັ້ນ ເຈົ້າຂອງຮ້ານຈຶ່ງຈັບປືນແນໃສ່ ແຕ່ບໍ່ໄດ້ຍິງ ເຮັດໃຫ້ຄົນຮ້າຍແລ່ນກັບອອກໄປຫາພັກພວກ.

ຈາກນັ້ນ, ມີພັກພວກຄົນຮ້າຍອີກຄົນ 1 ແລ່ນເອົາປືນສັ້ນມາຊິຍິງໃສ່ເຈົ້າຂອງຮ້ານ ແລະ ເຈົ້າຂອງຮ້ານ ກໍໄດ້ຍິງປຶນສວນປ້ອງກັນໂຕ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່, ດັ່ງນັ້ນຄົນຮ້າຍໄດ້ຂີ່ລົດໜີໄປເພື່ອຫວັງເອົາຕົວຫລົບໜີ ມູ່ງໜ້າໄປທາງເທສະບານເມືອງຫ້ວຍຊາຍ, ທັງນີ້ທັງນັ້ນເຈົ້າຂອງຮ້ານກໍໄດ້ຍິງປືນໃສ່ອີກ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່. ເຊົ້າມື້ຕໍ່ມາມີປະຊາຊົນທີ່ແລ່ນລົດໂດຍສານພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ລົງກວດກາ ພົບຜູ້ເສຍຊີວິດເພດຊາຍ 2 ຄົນ.

ພາຍຫລັງເຈົ້າໜ້າທີ່ສືບສວນ-ສອບສວນ ຮູ້ວ່າ: ຜູ້ທີ 1 ຊື່ທ້າວ ຊົວວາງ ອາຍຸ 20 ປີ ຢູ່ບ້ານ ໄຊພັດທະນາ ເມືອງເມິງ ແຂວງບໍ່ແກ້ວ; ຜູ້ທີ 2 ຊື່ ທ້າວປໍລີ ອາຍຸ 20 ປີ ຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງຄົນຮ້າຍທີ່ເສຍຊີວິດ 2 ຄົນ ແມ່ນເປົ້າໝາຍເຄື່ອນໄຫວລັກຊັບພົນລະເມືອງຢູ່ຫລາຍຈຸດຫລາຍບ່ອນ ທີ່ມີຄຳສັ່ງຈັບຕົວຈາກອົງການໄອຍະການປະຊາຊົນ ແຂວງບໍ່ແກ້ວ ແຕ່ຍັງບໍ່ສາມາດຈັບຕົວໄດ້.
ຂໍ້ມູນ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)