spot_img
Homeຂ່າວທ້ອງຖິ່ນປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ໂດຍນັບແຕ່ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດຫຼວງ ​ຫາ ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ຊຶ່ງເປັນໄລ­ຍະ​ທີ 1 ມີ​ຄວາມ​ຍາວ​ທັງ​ໝົດ 13,13 ກິ­ໂລ­ ​ໂດຍມີໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ ເລີ່ມ​ລົງ­ມື​ກໍ່­ສ້າງ​ ແຕ່​ວັນ​ທີ 20 ກຸມ­ພາ 2020  ແລະ ຈະ​ສຳ­ເລັດ​ວັນ​ທີ 20 ກຸມ­ພາ 2023 ຫຼື 3 ປີ, ປັດ­ຈຸ­ບັນນີ້ໄດ້ສຸມໃສ່​ວຽກງານ ​ຊົດ​ເຊີຍທີ່ດິນໂດຍ​ສຳ­ເລັດ​ເປັນ​ຈຳ­ນວນ​ຫຼາຍ ແລະ ວຽກ​ບຸກ­ເບີກ​ແລວ​ທາງ.

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ທີ່ໄດ້​ລົງຕິດ­ຕາມ​ຄວາມ​ຄືບ​ໜ້າ​ໂຄງການດັ່ງກ່າວໃນບໍ່ດົນມານີ້ວ່າ ໜ້າວຽກຂອງໂຄງການໂດຍລວມແມ່ນສໍາເລັດໄປຕາມແຜນ ແລະ ຈະສໍາເລັດການກໍ່ສ້າງຕາມແຜນການທີ່ວາງໄວ້ຢ່າງແນ່ນອນຄືໃນປີ 2023, ໜ້າ​ວຽກທີ່​ຫຍຸ້ງ­ຍາກ ແລະ ຍັງ​ບໍ່​ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ແມ່ນ​ການ​ໄກ່​ເກ່ຍຈ່າຍ​ຄ່າ​ຊົດ​ເຊີຍ​ທີ່ດິນໃຫ້​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ຖືກໂຄງການ ທີ່ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່ຄິດ­ໄລ່​ໃຫ້ ແລະ ບັນ­ຫາ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ.

ການ​ສ້າງ​ທາງ​ດ່ວນວຽງ​ຈັນ ໝາຍ​ເລກ 1  ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດການສັນ­ຈອນ​ໃນນະຄອນຫຼວງວຽງຈັນ ແລະ ໃຫ້​ປະ­ຊາ­ຊົນ​ມີ​ເສັ້ນ­ທາງ​ໄປ​ມາ​ທີ່​ສະ­ດວກ​ສະ­ບາຍ ຊຶ່ງ​ແມ່ນ​ພະ​ແນກ ​ແຜນ­ການ ແລະ ການ​ລົງ­ທຶນ ນະຄອນຫຼວງວຽງຈັນ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈຳ­ກັດ​ຜູ້​ດຽວເປັນ​ຜູ້​ຮັບ​ເໝົາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)