ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູ ອອກມາຊີ້ແຈງກໍລະນີປານ້ອຍຕາຍຈຳນວນຫຼາຍ

1
950

ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດ ອອກມາຊີ້ແຈງກ່ຽວກັບພົບປາຕາຍທີ່ເຂື່ອນນ້ຳອູ 5 ເມືອງສຳພັນ ​ແຂວງຜົ້ງສາລີ.

ໃນຕອນບ່າຍເວລາ 13:15 ໂມງ ຂອງວັນນທີ 26 ມິຖຸນາ 2023 ລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້າ ນໍ້າອຸ 5 ຮອດລະດັບຕໍ່າສຸດທີ່ໃຊ້ງານໄດ້ (ລະດັບນໍ້າຕາຍ) 430m ເພື່ອຮັບປະກັນຄວາມປອດໄພໃນການປ້ອງ ການອຸທົກກະໄພຊ່ວງລະດູຝົນ ແລະ ການຜະລິດໄຟຟ້າໃນລະດູແລ້ງໃຫ້ເປັນປົກກະຕິ ບໍລິສັດພວກເຮົາຈຶ່ງເປີດປະຕູລະບາຍນໍ້າລະດັບຕໍ່າຂອງເຂື່ອນ ເພື່ອດໍາເນີນການກວດກາເປັນປົກກະຕິ ແລະ ປ່ອຍນໍ້າເຂົ້າອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າອູ 4 ດ້ວຍ. ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2023 ບໍລິສັດພວກເຮົາໄດ້ພົບເຫັນມີປານ້ອຍຕາຍ ໃນເຂດລຸ່ມເຂື່ອນໄຟຟ້ານໍ້າອູ 5.

ຜ່ານການການວິເຄາະເບື້ອງຕົ້ນ ສາເຫດເຮັດໃຫ້ປານ້ອຍຕາຍແມ່ນ: ນັບແຕ່ເຂື່ອນໄຟຟ້ານໍ້າອູ 5 ໄດ້ກັກເກັບນໍ້າໃນປີ 2015 ຜ່ານມາ ນໍ້າຢູ່ຕໍ່າກວ່າລະດັບນໍ້າຕາຍ ເປັນນໍ້ານິ່ງເປັນເວລາດົນນານ ການຕົກຕະກອນຂອງຊີວະມວນສານໄດ້ເພີ່ມຫຼາຍຂຶ້ນ ເມື່ອງມາເປີດປະຕູລະບາຍນໍ້າ ຕະກອນຂອງຊີວະມວນສານ ໄດ້ໄຫຼລົງສູ່ເຂດລຸ່ມເຂື່ອນ ຈຶ່ງເຮັດໃຫ້ປານ້ອຍເຂດລຸ່ມເຂື່ອນຕາຍຈໍານວນໜຶ່ງ.

ໃນຕອນແລງເວລາ 19:00 ໂມງຂອງວັນທີ 27 ມິຖຸນາ 2023 ບໍລິສັດພວກເຮົາໄດ້ປິດປະຕູ ແລະ ເລີ່ມກັກເກັບນໍ້າ ເຊິ່ງປະກົດການນີ້ ຈະຫາຍໄປເມື່ອລະດັບນໍ້າສູງຂຶ້ນ.

1 COMMENT

Comments are closed.