ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 27 ມິຖຸນາ

0
1831

ວັນທີ 27 ມິຖຸນາ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Time Crisis ພາກທຳອິດ ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນໂດຍ Time Crisis ເຄີຍເປັນເກມຊູດຕິ້ງທີ່ລົງໃຫ້ກັບຕູ້ອາເຂດຢອດຫຼຽນມາຕັ້ງແຕ່ຊ່ວງທ້າຍປີ 1995 ຈົນໄດ້ຮັບຄວາມນິຍົມສູງ ເລີຍເຮັດໃຫ້ທາງ Namco ພອຣດເກມນີ້ລົງໃຫ້ກັບເຄື່ອງ PS1, ແຕ່ດ້ວຍສະເປັກເຄື່ອງຂອງ PS1 ນັ້ນຕ່ຳກວ່າຕູ້ອາເຂດ ກຣາບຟິກຂອງເກມເລີຍຫຼຸດລົງ ແຕ່ກໍມີສິ່ງທົດແທນຄືເນື້ອເລື່ອງເສີມແລະໂໝດພິເສດທີ່ບໍ່ມີໃຫ້ຫຼິ້ນຢູ່ຕູ້ອາເຂດ.

image

ສ່ວນເນື້ອເລື່ອງຂອງ Time Crisis ພາກທຳອິດ ຈະເປັນເຫດການໃນປີ ຄ.ສ 1995 ເມື່ອໜ່ວຍ V.S.S.E. ເຊິ່ງເປັນອົງກອນຄວາມໝັ້ນຄົງລະຫວ່າງປະເທດໄດ້ຊ່ອຍເຫຼືອ ວິນລ້ຽມ ແມກເພຍສັນ ຜູ້ນຳພັກຝ່າຍຄ້ານຂອງປະເທດເຊີຊຽນ ໃນການກໍ່ລັດທະປະຫານເພື່ອລົ້ມລ້າງການປົກຄອງລະບອບເກົ່າ ຂອງປະເທດທີ່ມີອາຍຸມາຍາວນານຮ່ວມສັດຕະວັດ, ບໍ່ດົນຫຼັງຈາກນັ້ນວິນລ້ຽມກໍໄດ້ຖືກແຕ່ງຕັ້ງເປັນປະທານາທິບໍດີຄົນທຳອິດຂອງສາທາລະນະລັດເຊີຊຽນ ແຕ່ວ່າ ເຊຣູໂດ້ ກາໂຣ ຜູ້ລອດຊີວິດຄົນສຸດທ້າຍຂອງກຸ່ມອຳນາດເກົ່າກໍໄດ້ວາງແຜນທີ່ຈະກອບກູ້ລະບອບການປົກຄອງເກົ່າກັບມາ ດ້ວຍການລອບສັງຫານແລະທຳຮ້າຍບຸກຄົນສຳຄັນທາງການເມືອງໃນເຊີຊຽນຈົນເກີດຄວາມສັ່ນຄອນ ພ້ອມກັບລັກພາໂຕ ເຣເຊວ ລູກສາວຂອງວິນລ້ຽມໄປ ຂັງໄວ້ທີ່ປະສາດຂອງຕະກູນກາໂຣ ທີ່ເກາະກາງທະເລ ໂດຍຍື່ນເງື່ອນໄຂເປັນຂໍ້ມູນລັບສຸດຍອດຂອງການທະຫານຈາກລັດທະບານເຊີຊຽນເພື່ອແລກຊີວິດຂອງເຣເຊວ ນອກຈາກນີ້ໂຕເກມຍັງເຜີຍໃຫ້ເຫັນວ່າມີວາຍຮ້າຍອີກຄົນທີ່ຊື່ ໄວ ດ໋ອກ ທີ່ຄອຍຊັກໃຍຢູ່ເບື້ອງຫຼັງນຳ ທາງໜ່ວຍ V.S.S.E. ຈຶ່ງໄດ້ສົ່ງ ຣິ ຊາຣ໌ດ ມິວເລີ້ ເຈົ້າໜ້າທີ່ລະດັບເທບເພື່ອລອບເຂົ້າປະສາດກາໂຣແລະຊ່ວຍເຣເຊວອອກມາໃຫ້ໄດ້.

image

ສຳລັບ Gameplay ຂອງ Time Crisis ຈະເປັນແນວທີ່ເອີ້ນວ່າ Rail Shooter ເຊິ່ງເປັນເກມຍິງແນວມຸມມອງບຸກຄົນທີ 1 ເຊິ່ງເກມຈະພາເຮົາໄປບ່ອນຕ່າງໆຂອງສາກເອງ ໂດຍຜູ້ຫຼິ້ນມີໜ້າທີ່ຄອຍແນປືນແລະຍິງເທົ່ານັ້ນ (ຄືກັນກັບເກມ Virtua Cop ຫຼື The House of the Dead) ແຕ່ສຳລັບຊີຣີ Time Crisis ຈະພິເສດແດ່ກໍຄືມີເວລານັບຖອຍຫຼັງດ້ານລຸ່ມຂອງຈໍ, ພ້ອມກັບມີລະບົບການກົດປຸ່ມເພື່ອອອກຈາກບ່ອນຫຼົບມາຍິງໃສ່ສັດຕູ ແລະຖ້າຫາກປ່ອຍປຸ່ມກໍຈະເປັນການກັບເຂົ້າບ່ອນຫຼົບແລະສາກປືນ. ແຕ່ເວີຊັ່ນຕູ້ອາເຂດຈະໃຊ້ເປັນແທ່ນດ້ານລຸ່ມເພື່ອໃຫ້ຜູ້ຫຼິ້ນຢຽບ/ປ່ອຍຕີນເພື່ອຫຼົບ/ອອກມາສູ້ ໃນຂະນະທີ່ເວີຊັ່ນ PS1 ຈະໃຊ້ເປັນການກົດປຸ່ມເທິງມືເກມແທນ ແລະຖ້າໃຜຊື້ຈອຍປືນທີ່ຊື່ວ່າ Guncon ມາໃຊ້ ກໍຈະຫຼິ້ນເກມນີ້ໄດ້ງ່າຍຂຶ້ນ ແຖມກົດປຸ່ມເຂົ້າ-ອອກບ່ອນຫຼົບຈາກໂຕປືນໄດ້ອີກ. ໂດຍເກມ Time Crisis ພາກທຳອິດນີ້ຈະບໍ່ມີໃຫ້ເກັບປືນລະຫວ່າງເກມ ເທົ່າກັບວ່າຜູ້ຫຼິ້ນຈະຕ້ອງໃຊ້ປືນພົກຕັ້ງແຕ່ຕົ້ນຈົນຈົບເກມ ທັງນີ້ສັດຕູໃນເກມຊ່ວງທຳອິດ ຈະມີການແບ່ງປະເພດຕາມສີຂອງເສື້ອຜ້າ ຊຸດສີຟ້າຈະເປັນພວກກະຈອກຍິງເຮົາບໍ່ຄ່ອຍຖືກ, ສ່ວນຊຸດສີແດງຈະເປັນໂຕທີ່ຍິງແມ້ນແລະລູກປືນນັດທຳອິດຂອງມັນຈະຍິງຖືກ 100% ຈຶ່ງເປັນໂຕທີ່ເຮົາຕ້ອງຟ້າວຍິງຕັ້ງແຕ່ເຫັນ ແລະຊຸດສີສົ້ມເມື່ອຍິງມັນຕາຍແລ້ວຈະໄດ້ເວລາເພີ່ມ ເມື່ອຫຼິ້ນໄປໄກອີກໜ້ອຍໜຶ່ງ ສັດຕູຈະມີຫຼາກຫຼາຍຂຶ້ນເລັກນ້ອຍ. ສຳລັບເກມນີ້ຜູ້ຫຼິ້ນມີໜ້າທີ່ປາບສັດຕູແຕ່ລະໂຊນໃຫ້ໝົດແລະຄອຍລະວັງບໍ່ໃຫ້ເວລາດ້ານລຸ່ມຈໍໝົດລົງ ແລະລະວັງບໍ່ໃຫ້ຖືກລູກປືນຂອງສັດຕູຈົນພະລັງຊີວິດໝົດ ເຊິ່ງໃນເກມນັ້ນຈະມີທັງໝົດ 3 ດ່ານ ແລະຊ່ວງທ້າຍຂອງດ່ານຈະມີບອສປະຈຳດ່ານນຳ.

image

Fact ເລັກນ້ອຍກ່ຽວກັບເກມ Time Crisis

– Time Crisis ພາກທຳອິດຖືວ່າເປັນເກມຊູດຕິ້ງທີ່ປະສົບຄວາມສຳເລັດທາງດ້ານຍອດຂາຍເທິງເຄື່ອງ PS1 ແລະມີຍອດຜູ້ຫຼິ້ນຈາກເວີຊັ່ນຕູ້ອາເຂດຢອດຫຼຽນ ໂດຍໄດ້ຄະແນນສະເລ່ຍຈາກສຳນັກຣີວິວຊື່ດັງຂອງໂລກ 9 ແຫ່ງປະມານ 86%.

image

– ຊ່ວງທີ່ເກມ Time Crisis ເວີຊັ່ນ PS1 ວາງຈຳໜ່າຍ ທາງ Namco ໄດ້ເອົາຈອຍປືນທີ່ມີຊື່ວ່າ Guncon ມາຂາຍນຳກັນເພື່ອເປັນໂປຣໂມຊັ່ນສົ່ງເສີມການຊື້ເກມນີ້ນຳ. ຈົນຮອດປັດຈຸບັນນີ້ຈອຍປືນ Guncon ແມ່ນອອກມາແລ້ວເຖິງ 3 ລຸ້ນດ້ວຍກັນໄດ້ແກ່: Guncon 1, 2 ແລະ 3 ສຳລັບໃຊ້ຮ່ວມກັບເກມເທິງເຄື່ອງ PS1, PS2 ແລະ PS3 ຕາມລຳດັບ, ເຊິ່ງເກມສ່ວນໃຫຍ່ທີ່ສາມາດໃຊ້ປືນຊະນິດນີ້ໄດ້ມັກຈະເປັນເກມຂອງ Namco ເອງ ແຕ່ກໍມີເກມຈາກຄ້າຍອື່ນທີ່ສາມາດໃຊ້ໄດ້ນຳເຊັ່ນ: Resident Evil: Survivor ຫຼື Dino Stalker ຂອງຄ້າຍ Capcom.

image

– ສຳລັບຜູ້ຫຼິ້ນເທິງເວີຊັ່ນ PS1 ຈະມີເນື້ອເລື່ອງເສີມຊື່ພາລະກິດວ່າ “Kantaris Deal” ໂດຍເປັນເຫດການທີ່ເກີດຂຶ້ນຫຼັງຈາກ Story Mode ໃນອີກຫຼາຍອາທິດຕໍ່ມາ, ເມື່ອ ຣິຊາຣດ ມິວເລິ້ ພະເອກຂອງເຮົາໄດ້ຮັບແຈ້ງຈາກໜ່ວຍ V.S.S.E. ວ່າມີໂຮງງານລັກລອບຜະລິດອາວຸດເຖື່ອນເຊື່ອງຢູ່ໃນອາຄານຂອງໂຮງແຮມເຊີຊຽນ ບໍ່ໜຳຊ້ຳໂຮງງານແຫ່ງນີ້ຍັງມີຄວາມກ່ຽວຂ້ອງກັບ ໄວ ດ໋ອກ ອີກນຳ, ຣິ ຊາຣ໌ດເລີຍຕ້ອງແຝງໂຕເຂົ້າໄປທຳລາຍໂຮງງານແລະສັງຫານຫົວໜ້າຂອງກຸ່ມຜູ້ກໍ່ການຮ້າຍໃຫ້ໄດ້ ເຊິ່ງໃນຊ່ວງສຸດທ້າຍຂອງເນື້ອເລື່ອງເສີມນີ້ ຜູ້ຫຼິ້ນຈະມີເວລາຢຸດລົດຂອງ Kantaris ໃຫ້ທັນ ໂດຍທີ່ສາກຈົບຈະແຕກຕ່າງກັນອອກໄປ ຂຶ້ນຢູ່ກັບຜູ້ຫຼິ້ນຈະສາມາດຢຸດລົດຂອງ Kantaris ທັນຫຼືບໍ່.

image

ທີ່ມາ: online station,ເດັກລາວ