Homeໜັງໃໝ່ປະກາດອອກມາແລ້ວສຳລັບ Tokyo Ghoul ແບບຄົນສະແດງ

ປະກາດອອກມາແລ້ວສຳລັບ Tokyo Ghoul ແບບຄົນສະແດງ

Published on

Tokyo Ghoul ແມ່ນກາຕູນມັງງະທີ່ມີຊື່ສຽງທົ່ວໂລກອີກເລື່ອງໜຶ່ງ ເຊິ່ງເປັນຜົນງານຂອງ Sui Ishida ແລະຕອນນີ້ກໍໄດ້ປະກາດເປີດໂຕນັກສະແດງ Live-Action ຫຼືແບບຄົນສະແດງແທ້ອອກມາແລ້ວ.

ສຳລັບເວີຊັ່ນຄົນສະແດງນີ້ຈະໄດ້ Masataka Kubota ທີ່ເຄີຍສະແດງໃນເລື່ອງ Death Note ແລະ Mars ມາຮັບບົດເປັນ Ken Kaneki ພະເອກຂອງເລື່ອງ ແລະໄດ້ດາລາສາວຫຼາຍບົດບາດແບບ Fumika Shimizu ທີ່ມີຜົນງານໃນເລື່ອງ My Neighbor Seki , HK/Hentai Kamen , Kamen Rider Fourze ແລະ Mare ມາຮັບບົດ Touka Kirishima ໃນສ່ວນຂອງຜູ້ກຳກັບແມ່ນຈະໄດ້ Kentaro Hagiwara ມາຮັບໜ້າທີ່ນີ້.

image
Masataka Kubota ຮັບບົດເປັນ Ken Kaneki
image
Fumika Shimizu ຮັບບົດເປັນ Touka Kirishima

ສຳລັບເນື້ອເລື່ອງຂອງ Tokyo Ghoul ແມ່ນເວົ້າເຖິງ Ken Kaneki ນັກສຶກສາມະຫາວິທະຍາໄລທຳມະດາຄົນໜຶ່ງທີ່ມັກອ່ານໜັງສືເປັນຊີວິດຈິດໃຈ ໄດ້ພົບກັບສາວງາມ Kamishiro Rize ໃນຮ້ານກາເຟທີ່ລາວໄປເປັນປະຈຳ ດ້ວຍຄວາມທີ່ທັງສອງຄົນມັກອ່ານໜັງສືຄືກັນຈຶ່ງເຮັດໃຫ້ຄວາມສຳພັນຂອງທັງສອງພັດທະນາໄປຢ່າງໄວ ຈົນມາຮອດຄືນໜຶ່ງຈາກການອອກເດດຄັ້ງທຳອິດ ຊີວິດ Ken Kaneki ກໍຕ້ອງປ່ຽນໄປເມື່ອພົບວ່າ Kamishiro Rize ຜູ້ຍິງທີ່ຕົນເອງແອບມັກແທ້ຈິງແລ້ວເປັນສິ່ງທີ່ມີຊີວິດທີ່ເອີ້ນວ່າ “Ghoul ທີ່ກິນມະນຸດເປັນອາຫານ”.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...