ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ຈະຈັດຂື້ນຢ່າງຍິ່ງໃຫຍ່

0
593

ແຫຼ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ແລະ ເປັນຄັ້ງປະຫວັດສາດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນີດກາເຟລາວ ໃນວັນທີ 2-4 ກຸມພາ 2023.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ສໍາພາດວ່າ: ການຈັດງານໃນຄັ້ງນີ້, ເປັນການສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ IX ຂອງແຂວງຈໍາປາສັກ ໃນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັ້ມແຂງ, ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ-ຊາ ພູພຽງບໍລະເວນໃນແຕ່ລະປີ ຕິດພັນກັບການສົ່ງເສີມດ້ານການຕະຫຼາດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນລະບົບຕໍ່ເນື່ອງ ແລະ ກາຍເປັນບຸນປະເພນີຂອງ ແຂວງຈາປາສັກ. ພ້ອມນີ້, ຍັງເປັນການໂຄສະນາເຄື່ອງໝາຍການຄ້າກາເຟແຂວງ ຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັ້ງຢືນເຖິງຖານະບົດບາດກາເຟລາວ ກໍຄື ຂອງແຂວງຈໍາປາສັກ ບົນເວທີຕະຫຼາດໂລກ.

ທ່ານ ຍັງໃຫ້ຮູ້ອີກວ່າ: ໃນການກະກຽມຈັດງານດັ່ງກ່າວ ມາຮອດປັດຈຸບັນມີຄວາມພ້ອມເປັນສ່ວນຫລາຍແລ້ວ ເຊິ່ງານວາງສະແດງສິນຄ້າ ແລະ ພິທີເປີດ ບຸນມະໂຫລານ ກາເຟ -ຊາ ຈະຈັດຂຶ້ນທີ່ ຕະຫລາດສະບາຍດີປາກຊ່ອງຫຼັງໃໝ່.

ຄາດວ່າມີຫົວໜ່ວຍທຸລະກິດເຂົ້າຮ່ວມ ວາງສະແດງ ແລະ ຈໍາໜ່າຍສິນຄ້າ 30 ຫົວໜ່ວຍ, ລວມມີ 50 ຫ້ອງ ຄື: ຫົວໜ່ວຍກຸ່ມຜູ່ຜະລິດ, ສະຫະກອນກາເຟ-ຊາ, ບໍລິສັດເກັບຊື້ ແລະ ສົ່ງອອກກາເຟ,ສະມະຄົມກາເຟລາວ, ສະມາມະຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພະຫານະ, ກຸ່ມຜະລິດສິນຄ້າ ໂອດັອບ- ຫັດຖະກໍາ ແລະ ທຸລະກິດ ຊື້-ຂາຍຜະລິດຕະພັນກາເຟ ອື່ນໆອີກ.

ແຫຼ່ງຂ່າວ ຂປລ