spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອັງກິດອາການໜັກ ຖືກສົ່ງເຂົ້າໄອຊີຍູ

ນາຍົກລັດຖະມົນຕີອັງກິດອາການໜັກ ຖືກສົ່ງເຂົ້າໄອຊີຍູ

Published on

ສຳນັກຂ່າວ BBC ລາຍງານວ່າ ນາຍົກລັດຖະມົນຕີແຫ່ງປະເທດອັງກິດ ທ່ານ ບໍຣິສ ຈອນສັນ (Boris Johnson) ທີ່ກ່ອນໜ້ານີ້ຖືກນຳສົ່ງມາໂຮງໝໍ ຫຼັງມີອາການຊໍາເຮື້ອຈາກການຕິດເຊື້ອພະຍາດໄວຣັສໂຄວິດ-19 ເມື່ອວັນທີ 5 ເມສາທີຜ່ານມາ ໄດ້ຖືກໂອນໄປທີ່ຫ້ອງໄອຊີຍູ (ຫ້ອງມໍລະສຸມ) ຫຼັງມີອາການໜັກຂຶ້ນ ໃນກາງຄືນວັນທີ 6 ເມສາ ຕາມເວລາທ້ອງຖິ່ນ.

ທາງສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງວ່າ ອາການຂອງທ່ານນາຍົກລັດຖະມົນຕີຮ້າຍແຮງຂຶ້ນ ແລະ ຕາມຄຳແນະນຳຂອງທ່ານໝໍປະຈຳຕົວ ຈຶ່ງຕ້ອງຍ້າຍເຂົ້າຫ້ອງໄອຊີຍູ, ພ້ອມກັນນີ້ທ່ານນາຍົກກໍ່ແຕ່ງຕັ້ງໃຫ້ທ່ານໂດມິນິກ ຣາບ (Dominic Raab) ມາຮັບໜ້າທີແທນ ຫາກມີເຫດຈຳເປັນ.

ກ່ອນໜ້ານີ້ ທ່ານນາຍົກໄດ້ແຈ້ງໃຫ້ປະຊາຊົນຮັບຮູ້ວ່າຕົນເອງຕິດເຊື້ອພະຍາດໄວຣັສໂຄວິດ-19 ໃນວັນທີ 27 ມີນາ ແລະ ໄດ້ກັກຕົວເອງຢູ່ທີ່ບ້ານພັກເປັນເວລາ 10 ມື້ ກ່ອນຖືກນຳສົ່ງໄປໂຮງໝໍ ຫຼັງອາການບໍ່ດີຂຶ້ນ.

ຮຽບຮຽງຂ່າວໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...