spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອັງກິດຖືກນຳສົ່ງເຂົ້າໂຮງໝໍ ຫຼັງຕິດເຊື້ອໂຄວິດ-19

ນາຍົກລັດຖະມົນຕີອັງກິດຖືກນຳສົ່ງເຂົ້າໂຮງໝໍ ຫຼັງຕິດເຊື້ອໂຄວິດ-19

Published on

ໃນວັນທີ 5 ເມສາ ສຳນັກຂ່າວ Reuters ລາຍງານວ່າ ທ່ານນາຍົກລັດຖະມົນຕີ ບໍຣິສ ຈອນສັນ (Boris Johnson) ໄດ້ຖືກນຳສົ່ງໂຮງໝໍ ຫຼັງຈາກມີອາການຊໍາເຮື້ອຈາກພະຍາດໄວຣັສໂຄວິດ-19 ເປັນເວລາ 10 ມື້, ເຊິ່ງກ່ອນໜ້ານີ້ ທ່ານນາຍົກລັດຖະມົນຕີໄດ້ແຍກປ່ຽວຕົວເອງທີ່ບ້ານພັກຂອງທ່ານເອງ ຫຼັງຈາກກວດພົບເຊື້ອໄວຣັສດັ່ງກ່າວໃນວັນທີ 27 ມີນາທີ່ຜ່ານມາ.

ທາງສຳນັກງານນາຍົກກໍ່ໄດ້ອອກມາຢືນຢັນວ່າ ທ່ານນາຍົກລັດຖະມົນຕີຍັງຈະສືບຕໍ່ວຽກລັດຖະການຕໍ່ໄປ ພ້ອມກ່າວເພີ່ມຕື່ມວ່າການນຳສົ່ງນາຍົກເຂົ້າໄປກວດສອບອາການທີ່ໂຮງໝໍ ຖືເປັນການປ້ອງກັນລ່ວງໜ້າ ບໍ່ແມ່ນເຫດສຸກເສີນແຕ່ຢ່າງໄດ້. ກ່ອນໜ້ານີ້ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ປະຕິບັດເຮັດວຽກລັດຖະການຜ່ານການປະຊຸມທາງວີດິໂອ ພ້ອມລາຍງານເຖິງວຽກງານ ແລະ ອາການຂອງເພິ່ນທາງບັນຊີທະວິດເຕີ (Twitter: @BorisJohnson) ເຊິ່ງໃນວັນສຸກທີ 3 ເມສາທີ່ຜ່ານມາ ທ່ານນາຍົກໄດ້ລາຍງານວ່າຕົວທ່ານເອງໄຄຂຶ້ນ ແຕ່ມີໄຂ້ເລັກນ້ອຍ.

ຂະນະນີ້ ປະເທດອັງກິດໄດ້ມີກໍລະນີຜູ້ຕິດເຊື້ອ 47,806 ກໍລະນີ ເຊົາແລ້ວ 135 ກໍລະນີ ແລະ ເສຍຊີວິດ 4,934 ກໍລະນີ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...