ຊ໊ອກ!! ນັກຮຽນເອສໂຕເນຍ ຍິງຄູ ຕາຍຄາຫ້ອງຮຽນ

ຊາວເອສໂຕເນຍຊ໊ອກ…ເກິດເຫດສະລົດ ນັກຮຽນຊາຍໄວລຸ່ນ ໃຊ້ປືນສັ້ນ ຍິງຄູ ຕາຍຄາຫ້ອງຮຽນ ຂະນະທີ່ມີໝູ່ນັກຮຽນອີກ 4 ຄົນຢູ່ໃນເຫດການ ແຕ່ບໍ່ມີໃຜໃດ້ຮັບບາດເຈັບ.

ເມື່ອວັນທີ່  28 ຕຸລາ ສຳນັກຂ່າວຕ່າງປະເທດລາຍງານເກິດເຫດການສະເທືອນຂວັນ ເມື່ອນັກຮຽນໄວລຸ່ນຊາຍ ອາຍຸ15 ປີ ໃຊ້ປືນຍິງຄູ ຈົນເສຍຊີວິດ ໃນຫ້ອງຮຽນ ທີ່ໂຮງຮຽນແຫ່ງໜຶ່ງ ໃນເມືອງວິນແຈນດີ ທາງພາກໃຕ້ຂອງປະເທດເມື່ອວັນຈັນທີ່ຜ່ານມາ ນັບເປັນເຫດການຮຸນແຮງຄັ້ງທຳອິດທີ່ເກິດຂື້ນໃນປະເທດ ໃນທະວີບເອີຣົບ ທາງຕອນເໜືອ.

ໂຄສົກຍິງ ປະຈຳສະຖານນີຕຳຫຼວດເມືອງວິນແຈນດີ ເວົ້າວ່າຂະນະທີ່ເກິດເຫດຮຸນແຮງ ມີນັກຮຽນອີກ 4 ຄົນຢູ່ພາຍໃນຫ້ອງຮຽນ ແຕ່ບໍ່ມີນັກຮຽນຄົນໃດໃດ້ຮັບບາດເຈັບ ໂດຍຕອນນີ້ ທາງເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນຫາສາເຫດວ່ານັກຮຽນຊາຍຄົນນີ້ໃດ້ປືນສັ້ນມາຈາກໃສ ແລະເພາະເຫດໃດເຖິງຍິງຄູ ຈົນເສຍຊີວິດ .

ຂະນະດຽວກັນ ໂຄສົກຍິງຂອງສະຖານນີຕຳຫຼວດດັ່ງກ່າວ ຍັງເປິດເຜີຍຕໍ່ວ່າ ຫຼັງເກິດເຫດ ເຈົ້າໜ້າທີ່ໃນໂຮງຮຽນສາມາດນຳປືນຂອງນັກຮຽນຊາຍ ທີ່ໃຊ້ກໍ່ເຫດເກັບໄວ້ໃດ້ ແລະໃດ້ມອບນັກຮຽນຊາຍຄົນນີ້ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ໂດຍນັກຮຽນທັ້ງໝົດໃນຫ້ອງປອດໄພ ແລະໂຮງຮຽນໃດ້ແຈ້ງໃຫ້ຜູ້ປົກຄອງ ມາຮັບລູກຫຼານຂອງຕົນກັບບ້ານທັນທີ .

ທາງດ້ານນາຍຍົກລັດຖະມົນຕີ ທາວີ ຣອຍວາດ ແຫ່ງເອສໂຕເນຍ ກ່າວເຖິງເຫດການສະລົດນີ້ວ່າ ໃດ້ສ້າງຄວາມຕົກໃຈໃຫ້ແກ່ຊາວເອສໂຕເນຍທັ້ງປະເທດ ແລະຂະນະນີ້ຍັງບໍ່ຮູ້ສາເຫດຈູງໃຈທີ່ເຮັດໃຫ້ນັກຮຽນຊາຍຄົນນີ້ກໍ່ເຫດຍິງຄູຈົນເສຍຊີວິດ ແຕ່ບໍ່ວ່າຈະເຫດຜົນໃດໆ ກໍ່ຕາມ ກໍ່ບໍ່ສາມາດຈະຍ້ອມຮັບໃດ້ ເພາະເຫດການຮຸນແຮງແບບນີ້ບໍ່ສົມຄວນຈະເກິດຂື້ນ.