spot_img
Homeຂ່າວຕ່າງປະເທດຜູ້ປ່ວຍເປັນມະເຮັງໃຈສູ້ ເລື່ອງປະຕິຫານກໍເກິດຂຶ້ນ!

ຜູ້ປ່ວຍເປັນມະເຮັງໃຈສູ້ ເລື່ອງປະຕິຫານກໍເກິດຂຶ້ນ!

Published on

186180

        ພະຍາດ​ມະເຮັງ ຖື​ເປັນ​ພະຍາດ​ຮ້າຍ​ທີ່​ຫລາຍ​ຄົນ​ຍ້ານ ເພາະ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ພະຍາດ​ນີ້​ສາ​ມາດ​ເອົາ​ຊີວິດ​ຂອງ​ຄົົນທີ່​ເຮົາ​ຮັກ​ໄປ​ຢ່າງ​ງ່າຍດາຍ ແຕ່​ປະຈຸບັນ​ວິທະຍາ​ການ​ທາງ​ແພດ​ກໍ​ໄດ້​ພັດທະນາ​ກ້າວ​ໜ້າ​ໄປ​ຫລວງຫລາຍ ເຮັດໃຫ້​ສາມາດ​ປິ່ນປົວພະຍາດ​ມະ​ເຮັງ​ໄດ້ ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ຢາ​ປິ່ນປົວ​ໃດໆ ກໍ​ຄື​ຈິດ​ໃຈ ​ແລະ ​ກຳ​ລັງ​ໃຈ​ ຢ່າງ​​ໜຸ່ມ​ຄົນ​ນີ້​ທີ່​ບໍ່​ຍອມ​ແພ້​ຕໍ່​ພະຍາດ​ຮ້າຍ ແລ້ວ​ປາ​ຕິ​ຫາ​ນກໍເກິດ​ຂຶ້ນ​ກັບ​ເຂົາ

ໜຸ່ມ​ຄົນ​ນີ້​ມີ​ຊື່​ວ່າ Zach Zeiler ອາຍຸ 20 ປີ ຊຶ່ງ​ພົບ​ວ່າ​ເຂົາ​ປ່ວຍ​ເປັນ​ພະຍາດ​ມະ​ເຮັງ​ຕ່ອມ​ນ້ຳ​ເຫລືອງ​ຕອນ​ອາ​ຍຸ 15 ປີ ທັງ​ທີ່​ຕົວ​ເອງ​ເປັນ​ນັກ​ກີລາ​ທີ່​ມີ​ສຸກຂະພາບ​ດີ​ຕະຫລອດ ​ຫລັງ​ຈາກ​ທີ່​ຮູ້​ຕົວ​ວ່າ​ປ່ວຍ ຮ່າງກາຍ​ເຂົາ​ກໍ​ເລີ່ມ​ອ່ອນແອ​ຈົນ​ນ້ຳ​ໜັກ​ລຸດລົງ​ໄປ​ຈາກ 79 ກ.ກ. ເຫລືອ​ພຽງ 45 ກ.ກ. ເທົ່າ​ນັ້ນ ເຮັດໃຫ້​ເຂົາ​ຮູ້ສຶກ​ເສຍ​ໃຈ ເອົາ​ແຕ່ນອນ​ຮ້ອງ​ໃຫ້​ຢູ່​ໃນຫ້ອງ ແຕ່​ຄອບຄົວ​ ແລະ​ ແຟນ​ຂອງ​ເຂົາ​ກໍ​ຄອຍ​ຢູ່​ຄຽງ​ຂ້າງ​ໃຫ້​ກຳ​ລັງ​ໃຈ​

ດ້ວຍ​ກຳ​ລັງ​ໃຈ​ນີ້ ເຮັດໃຫ້​ເຂົາ​ເລີ່ມ​ຄິດ​ໄດ້ ແລະ ​ຕັດ​ສິນ​ໃຈ​ບໍ່​ຍອມ​ແພ້ເຂົາ​ກັບ​ມາ​ເບິ່ງແຍງ​ຕົວ​ເອງ ອອກ​ກຳ​ລັງ​ກາຍ​ໂດຍ​ການ​ແບ່ງ​ເວລາ​ມື້​ລະ 2 ຊົ່ວ​ໂມງ​ເພື່ອ​ອອກ​ກຳ​ລັງ​ກາຍ ແລະ ​ເລີ່ມຮັບ​ທານ​ອາຫານ​ຫລາຍ​ຂຶ້ນ​ເປັນ 4, 000-5, 000 ແຄ​ລໍ​ລີ່​ຕໍ່ມື້

          ແລະ ​ຈາກ​ການ​ຟິດ​ຮ່າງກາຍ​ຂອງ​ເຂົາ​ໃນ​ເທື່ອ​ນັ້ນ ເຮັດໃຫ້ Zach ກາຍ​ເປັນ​ນັກ​ກ້າມ​ຜູ້​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ຜູ້​ປ່ວຍ​ມະ​ເຮັງ​ອີກ​ຫລາຍ​ຄົນ ພຽງ​ແຕ່ໃຈ​ບໍ່​ຍອມ​ແພ້​ກໍ​ສາມາດ​ສ້າງ​ປະຕິຫາ​ນ​ໃຫ້​ເກີດ​ຂຶ້ນ​ໄດ້ ຂໍ​ໃຫ້​ເລື່ອງ​ລາວ​ຂອງ​ໜຸ່ມ​ໃຈ​ສູ້​ຄົນ​ນີ້​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ທຸກ​ຄົນ​ສູ້​ຊີວິດ​ຕໍ່ໄປ

186182

186183

ບົດຄວາມຫຼ້າສຸດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ ກ່ອນຈະຕົກລົງໃນແມ່ນ້ຳ ທີ່ນະຄອນຫຼວງວໍຊິງຕັນ ເຈົ້າໜ້າທີ່ຜູ້ຊ່ຽວຊານນຳໄປກວດສອບແລ້ວ ເພື່ອຫາເບາະແສກ່ຽວກັບຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ຄາດວ່າຜູ້ໂດຍສານທີ່ຢູ່ເທິງເຮືອບິນ ແລະ ເຮລິຄອບເຕີ ລວມ 67 ຄົນ ໜ້າຈະເສຍຊີວິດທັງໝົດ. ສຳນັກຂ່າວຕ່າງປະເທດລາຍງານ...