ຊາວອາກເມນີ 6 ພັນຄົນ ເດີນຂະບວນປະທ້ວງລັດ ຂຶ້ນຄ່າໄຟຟ້າລວດດຽວ 16%!

558000007367705

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມິຖຸນານີ້ວ່າ ຊາວອາກເມນີ ເກືອບ 6,000 ຄົນ ອອກມາເດີນຂະບວນປະທ້ວງ ຢູ່ນະຄອນຫລວງເຢເຣວານ ເມືອງຫລວງຂອງປະເທດອາກເມນີ ໃນມື້ວານນີ້ (23 ມິຖຸນາ) ເພື່ອຕໍ່ຕ້ານການປັບຂຶ້ນຄ່າໄຟຟ້າຂອງລັດຖະບານ ເນື່ອງຈາກລັດຖະບານໄດ້ປະກາດວ່າ ຈະປັບຂຶ້ນຄ່າໄຟຟ້າ 16% ນັບຕັ້ງແຕ່ວັນທີ 1 ສິງຫານີ້ເປັນຕົ້ນໄປ ເຮັດໃຫ້ເກີດຄວາມບໍ່ພໍໃຈຂອງປະຊາຊົນຈຳນວນດັ່ງກ່າວ.  ແນວໃດກໍຕາມ, ກຳລັງເຈົ້າໜ້າທີ່ຕຳຫລວດຂອງອາກເມນີ ຍັງສາມາດຮັກສາສະຖານະການ ເຮັດໃຫ້ການປະທ້ວງດັ່ງກ່າວສະຫງົບລົງໄດ້.