Homeຂ່າວຕ່າງປະເທດຈີນກວດພົບ ນົມຝຸ່ນເດັກນ້ອຍບໍ່ໄດ້ມາດຕະຖານ ພ້ອມສັ່ງໃຫ້ຜູ້ຜະລິດ ຮຽກຄືນຜະລິດຕະພັນ!

ຈີນກວດພົບ ນົມຝຸ່ນເດັກນ້ອຍບໍ່ໄດ້ມາດຕະຖານ ພ້ອມສັ່ງໃຫ້ຜູ້ຜະລິດ ຮຽກຄືນຜະລິດຕະພັນ!

Published on

558000007404901

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍງານໃນ​ວັນ​ທີ 24 ມິຖຸນານີ້ວ່າ  ​ເຈົ້າ​ໜ້າ​ທ່ີ ສຳນັກງານ​ອາຫານ ​ແລະ ຢາຂອງ​ຈີນ ​ໄດ້​ຮຽກຮ້ອງ​ໃຫ້​ ບໍລິສັດ​ຜະລິດ​ນົມ 3​ ແຫ່ງ ຢູ່​ແຂວງສ່າ​ນ​ຊີ ທາງ​ພາກ​ກາງຂອງ​ປະ​ເທດ​ຈີນ ຮຽກ​ຄືນ ນົມ​ຝຸ່ນສຳລັບ​ເດັກນ້ອຍ​ເກີດ​ໃໝ່ ທ່ີ​ບໍ່​ໄດ້​ມາດຕະຖານ ​ ແລະ​ ຈະ​ລົງ​ໂທດ​ຂັ້ນ​ເດັດຂາດ ຖ້າ​ກວດພົບ​ວ່າ ມີ​ຄວາມ​ຜິດ​ດ້ານ​ກົດໝາຍ.

ທັງນີ້ ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ ໄດ້​ກວດ​​ເຫັນ​ສານ​ Nitrates ຫລາຍ​ກ່ວາ​ມາດຕະຖານ ​ໃນ​ນົມ​ຝຸ່ນສຳລັບ​ເດັກນ້ອຍ​ເກີດ​ໃໝ່ ຈຳນວນ 5 ຊຸດ ​ໂດຍ​ແມ່ນ ​ບໍລິສັດ​ສ່າ​ນຊີ ກວນ​ຊານ,​ແດຣີ  (Shaanxi Guanshan Dairy​) ເປັນ​ຜູ້​ຜະລິດ, ພ້ອມ​ກັນ​ນັ້ນ ຍັງ​ກວດ​ພົບ​ສານ ​ເຊ​ເລ​ນຽມ (Selenium) 2 ຊຸດ ຊຶ່ງ​ແມ່ນ ບໍລິສັດຊີອານ ກວນຊາ ແດຣີ  (Xi’an Guanshan Dairy) ຜະລິດຈາກນົມແບ້ ​ ​ເນື່ອງຈາກ​ວ່າ ສານ​ Nitrates ຈະ​ບໍ່​ມີ​ອັນຕະລາຍ ແຕ່ຈະກາຍ ເປັນພິດ ເມື່ອໄປສຳພັດ ກັບເຊື້ອແບັກທີເຣຍບາງຊະນິດ. ນອກຈາກນີ້ ທາງບໍລີສັດ ສ່ານຊີ ກວນຊານ ແດຣີ ຍັງແຈ້ງຜ່ານເວັບໄຊ ເມື່ອບໍ່ດົນມານີ້ວ່າ ຈະຮຽກຄືນ ຜະລິດຕະພັນນົມ​ດັ່ງກ່າວ ​ແລະ ຈະແກ້ໄຂບັນຫາດັ່ງກ່າວ ຢ່າງຮີບດ່ວນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...