spot_img
Homeຂ່າວຕ່າງປະເທດເກົາຫລີໃຕ້ ພົບຜູ້ຕິດເຊື້ອພະຍາດ MERS ເພີ່ມ 4 ຄົນໃນມື້ນີ້!

ເກົາຫລີໃຕ້ ພົບຜູ້ຕິດເຊື້ອພະຍາດ MERS ເພີ່ມ 4 ຄົນໃນມື້ນີ້!

Published on

627010-01

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ລ່າສຸດໃນມື້ນີ້ (24 ມິຖຸນາ) ນີ້ວ່າ ກະຊວງສາທາລະນະສຸກ ແລະ ສະຫວັດດີການຂອງເກົາຫລີໃຕ້ ໄດ້ກວດພົບຜູ້ຕິດເຊື້ອໄວຣັດເມີສ (MERS) ເພີ່ມຂຶ້ນອີກເປັນ 4 ຄົນ ແຕ່ຍັງບໍ່ທັນມີລາຍງານຜູ້ເສຍຊີວິດເພີ່ມຕື່ມ ເຮັດໃຫ້ຍອດຜູ້ຕິດເຊື້ອດັ່ງກ່າວພາຍໃນປະເທດເກົາຫລີໃຕ້ ໄດ້ເພີ່ມຂຶ້ນເປັນ 179 ຄົນແລ້ວ ແລະ ມີຜູ້ເສຍຊີວິດ 27 ຄົນ.

ພ້ອມກັນນັ້ນ ຍັງມີຜູ້ທີ່ຖືກສົງໄສຕ້ອງໄດ້ກັກບໍລິເວນອີກ ຈຳນວນ 3,103 ຄົນ ເຊິ່ງເພີ່ມຂຶ້ນຈາກມື້ວານນີ້ ທີ່ມີຕົວເລກຢູ່ 2,805 ຄົນ ອີກທັງຍັງມີລາຍງານວ່າ ມີຜູ້ຕິດເຊື້ອຈຳນວນ 67 ຄົນ ໃນຈຳນວນ 179 ຄົນນັ້ນ ສາມາດເດີນທາງອອກຈາກໂຮງໝໍໄດ້ແລ້ວ ພາຍຫລັງໄດ້ຮັບການປິ່ນປົວຈົນເຊົາຂາດ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...