ຈີນອອກໂຮງ: ສະຫະລັດຕ້ອງຢຸດຊ້ອມຮົບຮ່ວມເກົາຫຼີໃຕ້ ພ້ອມຢຸດການຕິດຕັ້ງລະບົບປ້ອງກັນຂີປະນາວຸດ

ມື້ນີ້ ວັນທີ 28 ເມສາ 2017 ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ໄດ້ເຂົ້າຮ່ວມປະຊຸມບັນຫານິວເຄລຍແຫຼມເກົາຫຼີ ຂອງລັດຖະມົນຕີຄະນະມົນຕີຄວາມໝັ້ນຄົງແຫ່ງ ອົງການສະຫະປະຊາຊາດ.

ໃນກອງປະຊຸມ ທ່ານ ຫວັງ ອີ້ ໄດ້ກ່າວສະແດງທັດສະນະຂອງຈີນ ຕໍ່ບັນຫາທີ່ກຳລັງເຄັ່ງຮ້ອນໃນແຫຼມເກົາຫຼີ ເຊິ່ງທ່ານໄດ້ເວົ້າວ່າ ບັນຫານິວເຄລຍຂອງເກົາຫຼີເໜືອ ຈະຕ້ອງຈົບລົງດ້ວຍສັນຕິວິທີ ທຸກຝ່າຍທີ່ກ່ຽວຂ້ອງຕ້ອງກັບຄືນສູ່ໂຕະເຈລະຈາ.

ໃນຂະນະທີ່ທ່ານໄດ້ຊີ້ອອກວ່າ ບັນຫາດັ່ງກ່າວຕ້ອງຈົບລົງດ້ວຍ 3 ກໍລະນີຄື:
1. ເກົາຫຼີເໜືອຕ້ອງຢຸດເຊົາການພັດທະນາແລະທົດລອງອາວຸດນິວເຄລຍ
2. ທັງສອງຝ່າຍ ເກົາຫຼີເໜືອແລະສະຫະລັດ ຕ້ອງຢຸດຕິວາທະກຳອັນຈະກໍ່ໃຫ້ເກີດສົງຄາມຂຶ້ນໄດ້
3. ສະຫະລັດ, ເກົາຫຼີໃຕ້ ແລະຍີ່ປຸ່ນ ຕ້ອງຢຸດເຊົາການຊ້ອມຮົບຮ່ວມກັນໃນຂົງເຂດດັ່ງກ່າວ ລວມທັງຕ້ອງຢຸດຕິການຕິດຕັ້ງລະບົບປ້ອງກັນຂີປະນາວຸດໃນເກົາຫຼີໃຕ້ກໍຄືຍີ່ປຸ່ນ.

ແນ່ນອນຄຳກ່າວຂອງຈີນ ອາດຈະຂັດກັບນະໂຍບາຍຂອງອາເມລິກາກໍໄດ້ ຈຶ່ງຕ້ອງຕິດຕາມຂ່າວຕໍ່ໄປວ່າ ອາເມລິກາຈະວ່າຈັ່ງໃດ ແລະຈະຍອມປະຕິບັດຕາມການຮຽກຮ້ອງຂອງຝ່າຍຈີນຫຼືບໍ່ ເພາະຖ້າອາເມລິກາບໍ່ສາມາດເຮັດໄດ້ຕາມຄຳຮຽກຮ້ອງນັ້ນ ກໍໝາຍເຖິງເກົາຫຼີເໜືອກໍບໍ່ອາດຈະຢຸດຢັ້ງການພັດທະນາອາວຸດນິວເຄລຍເພື່ອປ້ອງກັນຕົນເອງໄດ້ເຊັ່ນກັນ ເພາະບໍ່ມີສິ່ງໃດຮັບປະກັນໄດ້ວ່າ ເມື່ອເກົາຫຼີເໜືອປອດອາວຸດນິວເຄລຍແລ້ວ ເກົາຫຼີເໜືອຈະບໍ່ຖືກສະຫະລັດໂຈມຕີ.

1 COMMENT

Comments are closed.