ຈຳພອນຈັດງານບຸນແຫ່ໜັງສືຜູກໃບລານປີທຳອິດ ທີ່ວັດຈັນທະສາໂຣບ້ານໜອງລຳຈັນ

ຈຳພອນຈັດງານບຸນແຫ່ໜັງສືຜູກໃບລານປີທຳອິດ ທີ່ວັດຈັນທະສາໂຣບ້ານໜອງລຳຈັນ
ໃນລະຫວ່າງວັນທີ 9-10 ເມສາ 2016 ເມືອງຈໍາພອນ ໄດ້ຈັດງານບຸນແຫ່ໜັງສືຜູກໃບລານຂຶ້ນຢ່າງເປັນທາງການ ຢູ່ທີ່ວັດຈັນທະສາໂຣ ບ້ານໜອງລຳຈັນ, ເຊິ່ງຄະນະ ອພສ ແຂວງ, ອພສ ເມືອງ, ຄະນະນຳຂອງເມືອງ ຕະຫຼອດເຖິງການຈັດຕັ້ງກ່ຽວຂ້ອງ, ອຳນາດການປົກຄອງ, ເຖົ້າແກ່ແນວໂຮມ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ການຈັດງານບຸນແຫ່ໜັງສືຜູກໃບລານໃນຄັ້ງນີ້, ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການເປັນປີທຳອິດ ຕາມທິດຂອງຍາທ່ານ ຄຳເຜີຍ ກະຕະປັນໂຍ ປະທານ ອພສ ເມືອງ ແລະ ຄະນະສົງເມືອງດັ່ງນັ້ນ ຈຶ່ງໄດ້ນຳພາກັນຮ່ວມທຳບຸນທະນຸບຳລຸງພຸດທະສາດສະໜາ ທັງເປັນການຕ້ອມໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຍັງເປັນການສົ່ງເສີມການທ່ອງທ່ຽວ, ເສດຖະກິດ, ວັດທະນະທຳ-ສັງຄົມອີກດ້ວຍ. ຂະບວນແຫ່ໜັງສືຜູກໃບລານແມ່ນໄດ້ເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 10 ເມສາ ກົງກັບມື້ຂຶ້ນ 4 ຄ່ຳ ເດືອນ 5 ລາວ ພສ 2559 ໂດຍໄດ້ແຫ່ອ້ອມບ້ານແລ້ວ ຈຶ່ງແຫ່ເຂົ້າມາພາຍໃນວັດ ເຊິ່ງນຳໂດຍຂະບວນຂອງພະສົງສຳມະເນນ, ຂະບວບຂອງການນຳເມືອງຈຳພອນ, ຂະບວນໜັງສືຜູກໃບລານ, ຂະບວນນາງສັງຂານເມືອງຈຳພອນ, ຂະບວນສິລະປະຂອງນ້ອງນັກຮຽນ ແລະ ຂະບວນຂອງປະຊາຊົນ.

 

ຂ່າວຈາກ: ສະຫວັນພັດທະນາ ຂ່າວ / Savanhphuttana News