spot_img
Homeຂ່າວພາຍ​ໃນກຽມສະເໜີໃຫ້ "ພິທີບາສີສູ່ຂວັນ" ເປັນມໍລະດົກໂລກ

ກຽມສະເໜີໃຫ້ “ພິທີບາສີສູ່ຂວັນ” ເປັນມໍລະດົກໂລກ

Published on

ຫ້ອງການກົມສິລະປະ-ວັດທະນາທຳ, ກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ຢູ່ຄຸ້ມສີເມືອງ ໄດ້ມີກອງປະຊຸມ ເພື່ອຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຄົ້ນຄ້ວາ ຮຽບຮຽງເນື້ອໃນຂອງ “ພິທີບາສີສູ່ຂວັນ” ເພື່ອປະກອບໃສ່ຟອມນໍາສະເໜີເປັນມໍລະດົກໂລກ ເຊິ່ງທ່ານ ຫານຊະນະ ສີສານ ກໍ່ໄດ້ມີຊື່ຢູ່ໃນຄະນະທີ່ປຶກສາກິດຕິມະສັກ ໃນນາມປະທານສະມາຄົມອະນຸລັກ ແລະ ສົ່ງເສີມວັດທະນາທຳລາວ.

ພິທີສູ່ຂວັນນັ້ນ ເປັນວັດທະນາທຳດັ້ງເດີມຂອງຄົນລາວເຮົາ ແລະ ຄົນທີ່ມີກົກເຫງົ້າດຽວກັນ ເຊິ່ງມີເຜົ່າຊົນນີ້ຢູ່ໃນໂລກເຜົ່າຊົນດຽວເທົ່ານັ້ນທີ່ມີຄວາມເຊື່ອເລື່ອງຂວັນ, ເຊິ່ງເປັນຄວາມເຊື່ອ ແລະ ພິທີທີ່ມີມາດົນນານຫຼາຍພັນປີ ແລະ ກ່ອນທີ່ວັດທະນາທຳຂອງຊາວຊົມພູທະວີບທີ່ແຜ່ຜາຍເຂົ້າມານໍາຂະບວນການຄ້າທາງເຮືອ ໃນໄລຍະໜຶ່ງພັນປີມານີ້ອີກ. ໃນພິທີນີ້ ໄດ້ຜູກພັນກັບຄົນລາວທາງດ້ານຈິດໃຈຈົນມາເຖິງປັດຈຸບັນນີ້ ຈາກເປັນພິທີໃນຊຸມຊົນ ຈົນກາຍມາເປັນພິທີທາງການຕ້ອນຮັບແຂກບ້ານແຂກເມືອງກໍ່ຄືຜູ້ຄົນທີ່ມີໄມຕິຈິດຕໍ່ກັນ.

ລາວເຮົາໄດ້ຍື່ນຂໍຂຶ້ນທະບຽນ ຟ້ອນລໍາວົງລາວ ເຊິ່ງຢູ່ໃນຂັ້ນຕອນການປ້ອງກັນ ໂດຍທ່ານ ຫານຊະນະ ສີສານ ໄດ້ສະແດງຄວາມພູມໃຈທີ່ໄດ້ປະກອບສ່ວນ ໃນການສ້າງຊື່ສຽງໃຫ້ກັບປະເທດຊາດ ນອກນີ້ ອາດຈະມີການຂຶ້ນທະບຽນດ້ານພູມປັນຍາ, ອາຫານການກິນ ແລະ ອື່ນໆອີກ ຈຶ່ງເຊີນຊວນບັນດາທ່ານໄດ້ປະກອບຄວາມເຫັນ ວ່າມີສິ່ງໃດແດ່ຄວນຈະຕ້ອງຂຶ້ນທະບຽນ ຈຸດປະສົງອັນໃຫຍ່ກໍເພື່ອສ້າງເງື່ອນໄຂໃຫ້ຊຸມຊົນລາວ ມີຄວາມສາມັກຄີປອງດອງກັນ ຢູ່ຮ່ວມກັນພ້ອມກັນພັດທະນາ ແລະ ຫຼຸດພົ້ນຈາກຄວາມທຸກຍາກ ເຊິ່ງມັນເປັນຄວາມມຸ່ງຫວັງຂອງຄົນລາວພວກເຮົາທຸກໆຄົນ.

ທີ່ມາ ຜະລິດຕະພັນລາວ LaoProducts 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...