spot_img
Homeຂ່າວຕ່າງປະເທດ​ລະ​ທຶກ! ແກ໊ງ​ລົດ​ຈັກ Big Bike ດວນ​ປືນ​ກັນສະ​ໜັ່ນຢູ່​ເທັກ​ຊັດ ຕາຍ​ 9 ບາດ​ເຈັບ​ອີກ 18 ຄົນ!

​ລະ​ທຶກ! ແກ໊ງ​ລົດ​ຈັກ Big Bike ດວນ​ປືນ​ກັນສະ​ໜັ່ນຢູ່​ເທັກ​ຊັດ ຕາຍ​ 9 ບາດ​ເຈັບ​ອີກ 18 ຄົນ!

Published on

EyWwB5WU57MYnKOuFtPlv7CAdVbKvu3gCF8lSLa86AuIJF2KtNDK1b

ແກ໊ງ​ລົດ​ຈັກ Big Bike ​ຄູ່​ຂັດ​ແຍ່ງ 3 ແກ໊ງ ຈົກ​ປືນ​ຍິງດວນ​ກັນ​ນອກ​ຮ້ານ​ອາ​ຫານ ຢູ່​ລັດ​ເທັກ​ຊັດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕາຍ​ຢ່າງ​ໜ້ອຍ 9 ຄົນ ແລະ ບາດ​ເຈັບ​ອີກ 18 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ເຫດ​ການ​ລະ​ທຶກ​ດັ່ງ​ກ່າວ ໂດຍ​ມີ​ແກ໊ງ​ລົດ​ຈັກ Big Bike ເຊິ່ງ​ຂັດ​ແຍ່ງ​ກັນ​ມາ​ກ່ອນ 3 ແກ໊ງ ໂຄ​ຈອນ​ມາ​ພົບ​ກັນ ຈົນ​ເປັນ​ເຫດ​ເຮັດ​ໃຫ້​ມີ​ການ​ຍິງ​ກັນ​ແບບ​ຫູ​ດັບ​ຕັບ​ໄໝ້ ຢູ່​ລານ​ຈອດ​ລົດ​ນອກ​ຮ້ານ​ອາ​ຫານ “ທະ​ວິນ ພີກ ສະ​ປອດ ບາ​ຣ໌ ແອນ ກ​ຣິວ” ໃນ​ເມືອງວາ​ໂກ ລັດ​ເທັກ​ຊັດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ຕອນ​ບ່າຍ​ຂອງ​ມື້​ວັນ​ອາ​ທິດ​ທີ 17 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຖືກ​ຍິງ​ຕາຍ 9 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ 18 ຄົນ.

ຈາກ​ການ​ເປີດ​ເຜີຍ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເມືອງວາ​ໂກ ລະ​ບຸ​ວ່າ ສະ​ມາ​ຊິກ​ແກ໊ງ​ລົດ​ຈັກ​ດັ່ງ​ກ່າວ​ນີ້ ໄດ້​ເກີດ​ມີ​ການ​ຜິດ​ຖຽງ​ກັນ​ໃນ​ຮ້ານ​ອາ​ຫານຢ່າງ​ຮຸນ​ແຮງ ໂດຍ​ໃຊ້​ມີດ ແລະ ໂສ້​ເປັນ​ອາ​ວຸດ​ຕີ​ກັນດຸ​ເດືອດ ແລ້ວ​ກ້າວ​ໄປ​ເຖິງ​ມີ​ການ​ຈົກ​ປືນ​ອອກ​ມາ​ຍິງດວນ​ກັນ​ສະ​ໜັ່ນ​ຫວັ່ນ​ໄຫວ ຢູ່​ດ້ານນອກ​ຂອງ​ຮ້ານ​ອາ​ຫານ ຈົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວດ ແລະ ບາດ​ເຈັບ​ດັ່ງ​ກ່າວ.

ທັງ​ນີ້ ເຫດ​ການ​ດັ່ງ​ກ່າວ ແມ່ນ​ມີ​ຜູ້​ບໍ​ລິ​ສຸດ​ໄດ້​ຮັບ​ລູກ​ຫລົງຈົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ອີກ​ດ້ວຍ ເຊິ່ງ​ຈຳ​ນວນ​ສະ​ມາ​ຊິກ​ແກ໊ງ​ດັ່ງ​ກ່າວ​ທີ່​ເຫລືອ ແມ່ນ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຈັບ​ກຸມ ເພື່ອ​ດຳ​ເນີນ​ຄະ​ດີ​ຕໍ່​ໄປ.

NjpUs24nCQKx5e1DISz0osGthmPOIW5gPSrXZukrk8G

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...