spot_img
Homeຂ່າວຕ່າງປະເທດ​ລອດ​ຕາຍ! ຊາວ​ປະ​ມົງ​ອິນ​ໂດ​ເນ​ເຊຍ ເຂົ້າ​ຊ່ວຍ​ເຫລືອຜູ້​ອົບ​ພະ​ຍົບ 426 ຄົນ​ ທີ່​ລອຍ​ລຳ​ຢູ່​ກາງ​ທະ​ເລ!

​ລອດ​ຕາຍ! ຊາວ​ປະ​ມົງ​ອິນ​ໂດ​ເນ​ເຊຍ ເຂົ້າ​ຊ່ວຍ​ເຫລືອຜູ້​ອົບ​ພະ​ຍົບ 426 ຄົນ​ ທີ່​ລອຍ​ລຳ​ຢູ່​ກາງ​ທະ​ເລ!

Published on

619489-01

ຊາວ​ປະ​ມົງ​ທ້ອງ​ຖິ່ນ​ໃນ​ອິນ​ໂດ​ເນ​ເຊຍ ເຂົ້າ​ຊ່ວຍ​ເຫລືອ​ຜູ້​ອົບ​ພະ​ຍົບທາງ​ທະ​ເລ ຈຳ​ນວນ 426 ຄົນ ທີ່​ອອກ​ມາ​ຈາກ​ປະ​ເທດ​ມຽນ​ມາ ປັດ​ຈຸ​ບັນ​ປອດ​ໄພ​ທຸກ​ຄົນແລ້ວ.

ສຳ​ນັກ​ຂ່າວຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້​ວ່າ ຊາວ​ປະ​ມົງ​ອິນ​ໂດ​ເນ​ເຊຍ ໄດ້​ເຂົ້າ​ຊ່ວຍ​ເຫລືອ​ຜູ້​ອົບ​ພະ​ຍົບ​ຫລາຍ​ຮ້ອຍ​ຄົນ ທີ່​ເດີນ​ທາງ​ມາ​ກັບ​ເຮືອ​ໄມ້ 2 ລຳ ຢູ່ນອກ​ຊາຍ​ຝັ່ງ​ແຂວງ​ອາ​ເຈະ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອິນ​ໂດ​ເນ​ເຊຍ ເຊິ່ງ​ເຈົ້າ​ໜ້າ​ທີ່​ໄດ້​ລະ​ບຸ​ວ່າ ມີ​ຜູ້​ອົບ​ພະ​ຍົບ​ຈຳ​ນວນ​ທັງ​ໝົດ 426 ຄົນ ທີ່​ເຊື່ອ​ວ່າ​ອອກ​ມາ​ຈາກ​ປະ​ເທດ​ມຽນ​ມາ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ປອດ​ໄພ​ແລ້ວ ໂດຍ​ຜູ້​ທັງ​ໝົດ​ແມ່ນ​ຖືກ​ພົບ​ຫ່າງ​ຈາກ​ຊາຍ​ຝັ່ງ 65 ກິ​ໂລ​ແມັດ.

ທັງ​ນີ້ ການ​ເຂົ້າ​ຊ່ວຍ​ເຫລືອ​ຜູ້​ອົບ​ພະ​ຍົບ​ດັ່ງ​ກ່າວ ແມ່ນ​ມີ​ຂຶ້ນ​ຫລັງ​ຈາກ​ທີ່​ມີ​ຊາວ​ໂຣ​ຮິງ​ຍາ ຫລາຍ​ກ່​ວາ 3,000 ຄົນ ໄດ້​ຖືກ​ຊ່ວຍ​ເຫລືອ​ຂຶ້ນ​ຝັ່ງຢູ່​ໃນ​ປະ​ເທດ​ໄທ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ ເຊິ່ງ​ໂດຍ​ສ່ວນ​ໃຫຍ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...