ໝາກມັງຄຸດ ຮັກສາສິວ

ໝາກມັງຄຸດ ນອກຈາກຈະແຊບ ແລະມີລົດຊາດສົ້ມຫວານແລ້ວ ຍັງມີສານແທນນິນຊຶ່ງມີລິດຊ່ວຍໃນການຮັກສາບາດແຜໃຫ້ດີໄວຂຶ້ນ ແມງໂກສຕິນຊ່ວຍອາການອັກເສບ ແລະຍັງມີລິດໃນການຕ້ານເຊື້ອແບັກທິເລຍ

ທີ່ເຮັດໃຫ້ເກີດເປັນໜອງທາງຢາສະໝຸນໄພ ໃຊ້ເປືອກໝາກມັງຄຸດຕາກໃຫ້ແຫ້ງຕົ້ມນໍ້າ ຫຼືຢ້າງໄຟແລ້ວ ນໍາມາຝົນກັບນໍ້າປູນໃສຊ່ວຍແກ້ຖອກທ້ອງ ຫຼື ຖ້າເປັນເປືອກແຫ້ງນຳມາຝົນກັບນໍ້າປູນໃສເຊັ່ນກັນຈະຊ່ວຍໃນການຮັກສາອາການນໍ້າກັດຕີນ ແລະບາດແຜທີ່ເປື່ອຍ ນອກຈາກນັ້ນເປືອກໝາກມັງຄຸດຍັງມີສານປ້ອງກັນເຊື້ອລາ ແລະເໝາະນຳມາເຮັດເປັນປຸ໋ຍເຊັ່ນກັນ.

     ວິທີໃຊ້: ນຳເປືອກໝາກມັງຄຸດ ມາປະສົມນໍ້າລ້າໆໃສ່ໃຫ້ພໍດີໆຈາກ ນັ້ນໃຫ້ນຳມາພອກໜ້າຈົນແຫ້ງ ແລ້ວລ້າງອອກ (ກໍລະນີມີສິວຫຼາຍ) ໃຫ້ແຕ່ສະເພາະຈຸດທີ່ເປັນສິວ.

     ຂໍ້ຄວນລະວັງ: ນຳມາທາໜ້າຕ້ອງລະມັດລະວັງບໍ່ໃຫ້ເຂົ້າຕາ.

ຂໍ້ມູນຈາກ:

ຕິດຕາມນານາສາລະ ກົດໄລຄ໌ເລີຍ!