spot_img
Homeນານາສາລະໝາກກ້ຽງນຶ້ງໃສ່ເກືອ ສະໝູນໄພຊັ້ນຍອດໃນການແກ້ໄອ

ໝາກກ້ຽງນຶ້ງໃສ່ເກືອ ສະໝູນໄພຊັ້ນຍອດໃນການແກ້ໄອ

Published on

ວິທີຮັກສາອາການໄອໄດ້ດີ ນັ້ນກໍຄື “ໝາກກ້ຽງນຶ້ງໃສ່ເກືອ”

ວິທີນຶ້ງໝາກກ້ຽງໃສ່ເກືອ:

1.ເອົາໝາກກ້ຽງໄປລ້າງດ້ວຍນໍ້າສະອາດ ແລ້ວແຊ່ໃນນໍ້າເກືອ 20 ນາທີ ຈາກນັ້ນລ້າງເອົາແວກທີ່ເຄືອບເປືອກໝາກກ້ຽງອອກ

  1. ໃຊ້ມີດປາດສ່ວນເທິງຂອງໝາກກ້ຽງອອກ ໂປະເກືອໃສ່ເລັກໜ້ອຍລົງບ່ອນທີ່ປາດອອກ ຈາກນັ້ນໃຊ້ຫຍັງກະໄດ້ເຈາະຮູຈັກສອງສາມຈຸດ ແລ້ວນໍາເອົາສ່ວນທີ່ປາດອອກນັ້ນມາແປະໃສ່ຄືນ
  2. ເອົາໝາກກ້ຽງທີ່ກຽມໄວ້ແລ້ວນັ້ນ ໄປນຶ້ງໃສ່ໝໍ້ໄຟຟ້າ ເມື່ອນໍ້າຮ້ອນແລ້ວໃຫ້ນຶ້ງ 15 ນາທີ
  3. ເມື່ອນຶ້ງຄົບ15 ນາທີແລ້ວ ໃຫ້ລອກເປືອກອອກຖື້ມແລ້ວກິນ ແລະນໍ້າທີ່ໃສ່ຕົ້ມກໍສາມາດດື່ມໄດ້

ຂໍ້ຄວນລະວັງ:

  1. ເປືອກຂອງໝາກກ້ຽງຕ້ອງລ້າງໃຫ້ສະອາດ ແຊ່ດ້ວຍນໍ້າເກືອເພື່ອຂ້າເຊື້ອພະຍາດ.
  2. ຢ່າໃສເກືອຫຼາຍເກີນໄປ ຈະເຮັດໃຫ້ມີລົດຊາດເຄັມ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...