spot_img
Homeຂ່າວຕ່າງປະເທດໜ່ວຍ​ງານ​ເກັບ​ກູ້​ລະ​ເບີດ​ຂອງ​ຢູເຄຣນ ຈະ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີໃນເດືອນນີ້!

ໜ່ວຍ​ງານ​ເກັບ​ກູ້​ລະ​ເບີດ​ຂອງ​ຢູເຄຣນ ຈະ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີໃນເດືອນນີ້!

Published on

ໜ່ວຍ​ງານ​ເກັບ​ກູ້​ລະ​ເບີດ​ຂອງ​ຢູເຄຣນ ຈະ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີ​ເກັບ​ກູ້​ລະ​ເບີດ​ຈາກ​ສູນ​ປະ​ຕິ​ບັດ​ງານ​​ຂອງ​ກຳ​ປູ​ເຈຍ (CMAC) ໃນ​ເດືອນ​ນີ້.

ຢູ​ເຄ​ຣນ ໄດ້​ລາຍ​ງານ​ວ່າ ມີປະຊາຊົນ​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ລະ​ເບີດ​ຝັງ​ດິນ ແລະ​ລະ​ເບີດ​ບໍ່​ທັນ​ແຕກ ຫລັງ​ຈາກ​ຣັດ​ເຊຍ​ບຸກ​ເຂົ້າ​ປະ​ເທດ​ໃນ​ປີ 2022.

ລະເບີດຝັງດິນເຫຼົ່ານີ້ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ພົນລະເຮືອນ ເຊິ່ງເປັນສາເຫດເຮັດໃຫ້ລັດຖະບານກຳປູເຈຍ ແລະ ຍີ່ປຸ່ນ ເຂົ້າໄປໃຫ້ການສະໜັບສະໜູນ CMAC ແລະ ຊ່ວຍເຫຼືອໂຄງການເກັບກູ້ລະເບີດເພື່ອມະນຸດສະທຳໃຫ້ສຳລັບເກັບກູ້ລະເບີດຈາກຢູເຄຣນ.

ຖະແຫຼງການສະບັບໜຶ່ງຂອງ CMAC ໃຫ້ຮູ້ວ່າ: ລະເບີດຝັງດິນ ແລະ ລະເບີດບໍ່ທັນແຕກຍັງເປັນອັນຕະລາຍຫຼາຍຕໍ່ປະຊາຊົນໃນຢູເຄຣນ ແລະ ຂັດຂວາງການຟື້ນຟູແກ່ປະຊາຊົນຫຼາຍລ້ານຄົນທີ່ຖືກເຄື່ອນຍ້າຍຍ້ອນສົງຄາມໃນປີກາຍນີ້.

ຕາມ​ຂ່າວ​ແຈ້ງວ່າ, ວຽກ​ງານ​ເກັບ​ກູ້​ລະ​ເບີດ​ແລະ​ວັດຖຸ​ລະ​ເບີດ​ທີ່​ຍັງ​ເຫຼືອ​ຈາກ​ສົງຄາມ​ແມ່ນ​ການ​ກະທຳ​ດ້ານ​ມະນຸດສະທຳ​ທີ່​ຈຳ​ເປັນ ​ແລະ ຮີບ​ດ່ວນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນຢູເຄຣນ, ​ແລະ​ສະໜັບສະໜູນ​ຂະ​ບວນການ​ກໍ່ສ້າງ​ເຮືອນ​ຊານ​ແລະ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ບຸກ​ເບີກ​ທີ່​ດິນ​ເພື່ອ​ກະສິກຳ.”

ທີ່ມາ:The Laotian Times

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...