spot_img
Homeຂ່າວພາຍ​ໃນໜ່ວຍກູ້ໄພ ຈັບຕຳຫຼວດ

ໜ່ວຍກູ້ໄພ ຈັບຕຳຫຼວດ

Published on

Untitled

ນັກຂ່າວລາຍງານວ່າ ໜ່ວຍກູ້ໄພ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກ ໄດ້ຈັບກຸມເຈົ້າໜ້າທີ່ຕຳຫຼວດຜູ້ໜຶ່ງ ໃນຂໍ້ຫາພະຍາຍາມຂົ່ມຂືນຍິງສາວຜູ້ໜຶ່ງ ເຊິ່ງເຫດການມີຢູ່ວ່າ ໃນຄືນວັນທີ 18 ມິຖຸນາ 2015 ນາງນ້ອຍ (ນາມສົມມຸດ) ໄດ້ນັດກິນເຂົ້າກັບຊາຍ ທີ່ຮູ້ຈັກກັນ ຜ່ານອອນລາຍ, ກໍ່ໄປຕາມການເຊື້ອເຊີນ ແບບບ່າວສາວ ແລະ ເພື່ອເປັນການຮູ້ຈັກກັນ.

ພາຍຫຼັງກິນເຂົ້າແລ້ວ, ຜູ້ຊາຍ ກໍ່ພາຂີ່ລົດຫຼິ້ນ ຈາກນັ້ນ ກໍ່ເຈີດລົດເຂົ້າບ້ານພັກ ໂດຍທີ່ ນາງນ້ອຍ ບໍ່ເຫັນດີ ແລະ ຂັດຂຶນ. ຈົນລາວໂດດລົງລົດໜີໄປ. ຈິ່ງໄດ້ໄປຂໍການຊ່ວຍເຫຼືອນຳເຈົ້າໜ້າທີ່ຕຳຫຼວດ.

ນາງນ້ອຍໄດ້ຂໍໃຫ້ເຈົ້າໜ້າທີ່ໄປສົ່ງ ທີ່ບ້ານຂອງລາວ, ເຈົ້າໜ້າທີ່ຊື່: ສິບເອກ ສອນວິໄຊ ດາມະນີວົງ. ກໍ່ໄດ້ໃຫ້ການຊ່ວຍເຫຼືອ ພາຜູ້ກ່ຽວໄປສົ່ງບ້ານ. ແຕ່ພໍຂີ່ລົດໄປຮອດທາງຮ່ອມມືດ ເຂດບ້ານໜອງໜ່ຽງ. ເຈົ້າໜ້າທີ່ຄົນດັ່ງກ່າວ ເກີດບ້າກາມ ຈິ່ງຈອດລົດ ແລະ ລົງມືຈະຂົ່ມຂືນນາງນ້ອຍ. ແຕ່ນາງນ້ອຍຂັດຂືນ ແລະ ສາມາດແລ່ນໜີອອກມາ. ຈິ່ງໄດ້ໂທຫາໜ່ວຍກູ້ໄພ 1623 ມາຊ່ວຍ ຈິ່ງສາມາດຊ່ວຍນາງນ້ອຍໄດ້ທັນ.

ເຊິ່ງນາງມີອາການ ຕົກໃຈຮຸນແຮງ. ດຽວນີ້, ເຈົ້າໜ້າທີ່ຄົນດັ່ງກ່າວແມ່ນຖືກ ໜ່ວຍກູ້ໄພຈັບໄດ້ ແລະ ກັກຕົວທີ່ຫ້ອງການກອງຄະດີ. ສ່ວນຜູ້ຊາຍ ທີ່ພາໄປນຳທຳອິດ ເຈົ້າໜ້າທີ່ກຳລັງຕາມຈັບມາດຳເນີນຄະດີ ຕາມກົດໝາຍ!

ສ່ວນເຈົ້າໜ້າທີ່ ທີ່ກະທຳຜິດ ຖືເປັນການຜິດວິໄນຮ້າຍແຮງ ທີ່ຜູ້ຮັກສາກົດໝາຍ ລົງມືກະທຳຜິດເອງ ແລະ ຫວັງວ່າທາງໜ່ວຍງານກ້ຽວຂ້ອງ ຈະດຳເນີນການລົງໂທດ ຢ່າງເໝາະສົມ.

ຂ່າວຈາກ: ນັກຂ່າວສັນຈອນ ປກສ, ໜ່ວຍກູ້ໄພ 1623 ແລະ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...